ກອງທັບ ກຳປູເຈຍ - ລາວ - ຫວຽດນາມ ຈັດການຊ້ອມຮົບຮ່ວມ

(VOVWORLD) - ນາຍພົນ Ith Sarath, ຮອງຜູ້ບັນຊາການສູງສຸດ, ຫົວໜ້າເສນາທິການກອງກຳລັງທະຫານປະສົມສະຫວ່າງບັນດາກຳລັງປະກອບອາວຸດລາຊະອານາຈັກ ກຳປູເຈຍ

ກອງທັບ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ຈະຈັດການຊ້ອມຮົບຮ່ວມກູ້ໄພກູ້ຊີບ ແຕ່ວັນທີ 9 -16 ກັນຍາ 2022, ຢູ່ ສປປລາວ. ນາຍພົນ Ith Sarath, ຮອງຜູ້ບັນຊາການສູງສຸດ, ຫົວໜ້າເສນາທິການກອງກຳລັງທະຫານປະສົມສະຫວ່າງບັນດາກຳລັງປະກອບອາວຸດລາຊະອານາຈັກ ກຳປູເຈຍ, ທັງເປັນຫົວໜ້າຫ້ອງການຄຸ້ມຄອງໄພພິບັດທຳມະຊາດຂອງກະຊວງປ້ອງກັນປະເທດ ກຳປູເຈຍ ໃຫ້ຮູ້ວ່າ: ວັນທີ 3 ກັນຍາ, ຄະນະປະຕິບັດງານກະຊວງປ້ອງກັນປະເທດ ກຳປູເຈຍ ຈະເດີນທາງກະກຽມໃຫ້ແກ່ການຊ້ອມຮົບກູ້ໄພກູ້ຊີບລະຫວ່າງກອງທັບ 3 ປະເທດ: ກຳປູເຈຍ - ລາວ - ຫວຽດນາມ, ດ້ວຍການເຂົ້າຮ່ວມຂອງພົນທະຫານປະມານ 500 ຄົນ. ນາຍພົນ Ith Sarath ເນັ້ນໜັກວ່າ: ການຊ້ອມຮົບກູ້ໄພກູ້ຊີບລະຫວ່າງກອງທັບ 3 ປະເທດແມ່ນການຮ່ວມມືລວມເພື່ອແນໃສ່ຮັບມືກັບໄພພິບັດທຳມະຊາດທີ່ເກີດຂຶ້ນຢ່າງລຽນຕິດ, ນາບຂູ່ເຖິງຊີວິດຂອງປະຊາຊົນ 3 ປະເທດຢູ່ເຂດລຸ່ມແມ່ນ້ຳຂອງ. ຜ່ານການຊ້ອມຮົບນີ້, ກຳລັງທະຫານຂອງ 3 ປະເທດຈະເປັນເຈົ້າການກ່ວາໃນວຽກງານສົບທົບກັນໜູນຊ່ວຍເຊິ່ງກັນ ແລະ ກັນ, ເມື່ອເກີດໄພພິບັດທຳມະຊາດ, ຮັບປະກັນຊີວິດແຫ່ງສະຫງົບສຸກໃຫ້ປະຊາຊົນແຕ່ລະປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ