( vovworld ) – ວັນທີ 15/5, ກອງທັບ Yemen ໄດ້ບຸກໂຈມຕີເຂົ້າຖານທີ່ໝັ້ນຂອງທະຫານກະບົດ Al Qeada ຢູ່ແຂວງພາກໃຕ້ Abyan ແລະ ດັບສູນພວກກໍການຮ້າຍ 25 ຄົນ. ການປະທະກັນລະຫວ່າງສອງຝ່າຍໄດ້ເກີດຂຶ້ນຢູ່ນະຄອນ Jaar ແລະ Loder ໄດ້ເຮັດໃຫ້ທະຫານລັດຖະບານ Yemen ແລະ ສາມັນຊົນນັບສີບຄົນເສຍຊີວິດ. ເຈົ້າໜ້າທີ່ລັດຖະບານໃຫ້ຮູ້ວ່າ ກໍໃນວັນດຽວກັນ, ທະຫານ Yemen ໄດ້ບຸກໂຈມຕີທາງອາກາດໃສ່ຖານທີ່ໝັ້ນຂອງ Al Qeada ຢູ່ນະຄອນ Jaar ເຊິ່ງໄດ້ເຮັດໃຫ້ສາມັນຊົນ 8 ຄົນເສຍຊີວິດ ແລະ 5 ຄົນຖືກບາດເຈັບ.