ກອງປະຊຸມການຄຸ້ມຄອງໂຮງໝໍໃນຍຸກສະໄໝ 4.0

(VOVWORLD) -ວັນທີ 11 ກັນຍາ, ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງສາທາລະນະສຸກຫວຽດນາມສົມທົບກັບອົງການສາທາລະນະສຸກໂລກໄດ້ໄຂກອງປະຊຸມກ່ຽວກັບການຄຸ້ມຄອງໂຮງໝໍຢູ່ໃນພາກພື້ນອາຊີ.

ໂດຍດຳເນີນເປັນເວລາ 2 ວັນ, ກອງປະຊຸມປະຈຳປີດັ່ງກ່າວຈະຊ່ວຍໃຫ້ບັນດາການນຳໂຮງໝໍຂອງແຕ່ລະປະເທດຢູ່ໃນພາກພື້ນຍົກສູງດ້ານຈິນຕະນາການການຄຸ້ມຄອງ ແລະ ຄຸນນະພາບດ້ານສາທາລະນະສຸກ, ຮັບປະກັນຄວາມປອດໄພແລະຈະນຳມາເຊິ່ງປະສິດທິຜົນການປິ່ນປົວສູງສຸດໃຫ້ແກ່ຄົນເຈັບ. ໃນນັ້ນ, ປະຕິບັດໄດ້ເປັນຢ່າງດີ ໃນຂະບວນວິວັດການຫັນປ່ຽນເປັນເຕັກໂນໂລຊີດີຈີຕ້ອນຂອງຂະແໜງສາທາລະນະສຸກໄປຄ່ຽງຄູ່ກັບຂະບວນການປະຕິວັດອຸດສະຫະກຳຄັ້ງທີ 4, ດ້ວຍການສົມທົບກັບພູມປັນຍາທຽມແລະບັນດາເຕັກໂນໂລຊີດ້ານສາທາລະນະສຸກອັດສະລີິຍະ./.

ຕອບກັບ

ຂ່າວ/ບົດ​ອື່ນ