(ທ່ານຮອງນາຍົກລັດຖະມົນຕີ
ຫວຽດນາມ ຫງວຽນທຽນເຢີນ)
(vovworld) - ຕອນເຊົ້າວັນທີ 22/02, ຢູ່ຫ້ອງວ່າການລັດຖະບານທີ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫງວຽນທຽນເຢີນ ໄດ້ເປັນປະທານກອງປະຊຸມສະພາກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງຄວາມສາມາດແກ່ງແຍ້ງແຫ່ງຊາດ. ທີ່ກອງປະຊຸມ, ບັນດາຄຳເຫັນທີ່ໄດ້ຍົກອອກມາລ້ວນແຕ່ຖືວ່າ ແຜນການເຄື່ອນໄຫວແຫ່ງຊາດກ່ຽວກັບການພັດທະນາແບບຍືນຍົງໄລຍະ 2013 – 2015 ໄດ້ຍົກອອກ 11 ໜ້າທີ່ຈຸດສຸມຕ້ອງໄດ້ຮັບການປະຕິບັດໃນທັນທີຄື: ສ້າງລະບອບບັນຍັດພັດທະນາແບບຍືນຍົງໃຫ້ສົມບູນແບບ, ຍົກສູງຄຸນນະພາບການຄຸ້ມຄອງແຫ່ງຊາດກັບການພັດທະນາແບບຍືນຍົງ; ປະຕິບັດຍຸດທະສາດການເຕີບໂຕຂຽວເທື່ອລະກ້າວ... ແຕ່ໃນແຜນການນັ້ນ, ຄວນເລືອກເອົາປະມວນມາດຖານພັດທະນາແບບຍືນຍົງກວ່າອີກ, ພ້ອມທັງຕິດຕາມວິວັດການປະຕິບັດຢ່າງແໜ້ນແຟ້ນ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນທຽນເຢີນ ເນັ້ນໜັກວ່າ:
“ສຳລັບການຄາດຄະເນສະພາບການພັດທະນາແບບຍືນຍົງໃນປີ 2013 ຕາມຂ້າພະເຈົ້າແລ້ວມີ 30 ມາດຖານກໍພໍແລ້ວ ຕ້ອງກວດການຄືນ, ນີ້ແມ່ນເນື້ອໃນສຳຄັນ. ພວກຂ້າພະເຈົ້າຕ້ອງມີແຜນການກ່ຽວກັບການໂຄສະນາການພັດທະນາແບບຍືນຍົງ, ຄວນເຮັດໃຫ້ຈະແຈ້ງການພັດທະນາຂອງພວກເຮົາບໍ່ມີຄວາມໝັ້ນຄົງຢູ່ບ່ອນໃດ, ພວມກໍຄວາມເສຍຫາຍຄືແນວໃດ, ແລ້ວກໍ່ຮອດບັນດາປັດໃຈບໍ່ໝັ້ນຄົງກ່ຽວກັບສັງຄົມ, ສິ່ງແວດລ້ອມ ແລະ ເສດຖະກິດ”.
ໃນໄລຍະຈະມາເຖິງ, ສະພາຈະປຶກສາຫາລື, ຍົກອອກບັນດາມາດຕະການແກ້ໄຂ, ກົນໄກ, ນະໂຍບາຍ ເພື່ອຜັນຂະຫຍາຍໜ້າທີ່ຍຸດທະສາດແຫ່ງຊາດກ່ຽວກັບການເຕີບໂຕຂຽວ, ໃນນັ້ນ ສົ່ງເສີມການສ້າງຕັ້ງສູນເຕີບໂຕຂຽວອາຊຽນ ປະຈຳ ຫວຽດນາມ.