ກອງປະຊຸມກ່ຽວກັບວຽກງານສົມທົບກັນປ້ອງກັນ,ຕ້ານຢາເສບຕິດຂ້າມຊາຍແດນຫວຽດນາມ-ລາວ
(ພາບປະກອບ)
(vovworld) - ວັນທີ 08/12, ຢູ່ແຂວງ ດ້ຽນບຽນ, ໄດ້ດຳເນີນກອງປະຊຸມກ່ຽວກັບວຽກງານສົມທົບກັນປ້ອງກັນ, ຕ້ານຢາເສບຕິດຂ້າມຊາຍແດນປີ 2015 ລະຫວ່າງບັນດາແຂວງ: ເງັ້ອານ, ແທງຮ໋ວາ, ເຊີິນລາ, ດ້ຽນບຽນ ຂອງຫວຽດນາມ ແລະ ບັນດາແຂວງ: ຊຽງຂວາງ, ຫົວພັນ, ຫຼວງພະບາງ, ຜົ້ງສາລີ ຂອງລາວ. ກອງປະຊຸມໄດ້ສະຫງວນເວລາສ່ວຍຫຼາຍເພື່ອໃຫ້ບັນດາຜູ້ແທນແບ່ງປັນບົດຮຽນ ແລະ ສະເໜີບັນດາມາດຕະການແກ້ໄຂ ແນໃສ່ຍົກສູງປະສິດທິຜົນວຽກງານຈັດຕັ້ງ, ສົມທົບກັນຕໍ່ສູ້ຕ້ານອາຊະຍາກຳຢາເສບຕິດໃນບໍລິເວນຊາຍແດນຂອງແຕ່ລະປະເທດ. ທີ່ກອງປະຊຸມ, ບັນດາຜູ້ແທນແຂວງຕ່າງໆ ໄດ້ຮັບຮອງເອົາ ແລະ ລົງນາມໃນບົດບັນທຶກຊ່ວຍຈຳເນື້ອໃນການສົມທົບກັນປະຕິບັດວຽກງານປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດ ໃນໄລຍະຈະມາເຖິງລວມມີ: ການໂຄສະນາເຜີຍແຜ່ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານຢາເສບຕິດ, ຂົນຂວາຍປະຊາຊົນຢູ່ເຂດຊາຍແດນບໍ່ປູກຕົ້ນຢາຝີ່ນ, ສ້າງບ້ານ, ຕາແສງໃຫ້ປອດໄສ ບໍ່ມີອາດຊະຍາກຳ ແລະ ໄພຢາເສບຕິດ.