ກອງປະຊຸມຂັ້ນສູງຄັ້ງທີ 4 ກ່ຽວກັບບັນດານະຄອນມີສິ່ງແວດລ້ອມໝັ້ນຄົງ

ກອງປະຊຸມຂັ້ນສູງຄັ້ງທີ 4 ກ່ຽວກັບບັນດານະຄອນມີສິ່ງແວດລ້ອມໝັ້ນຄົງ - ảnh 1

(ພາບປະກອບ: thiennhien.net)

(vovworld)- ​​ກອງ​ປະຊຸມ​ຂັ້ນສູງ​ຄັ້ງທີ 4 ກ່ຽວ​ກັບ​ບັນດາ​ນະຄອນ​ມີ​ສິ່ງ​ແວດລ້ອມ​ໝັ້ນຄົງ ​ໄດ້​ດຳ​ເນີນ​ໃນ​ວັນ​ທີ 21-22/3 ຢູ່​ຮ່າ​ໂນ້ຍ ​ໂດຍ​ມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ປະ​ເທດ​ຫວຽດນາມ, ຍີ່ປຸ່ນ, ອົດ​ສະ​ຕາ​ລີ, ອິນ​ໂດ​ເນ​​ເຊຍ ​ແລະ ຄະນະ​ເລຂາ​ອາ​ຊຽນ. ກອງ​ປະຊຸມ​ເພື່ອ​ແນ​ໃສ່​ແບ່ງປັນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ໂຄງການ​ໜູນ​ຊ່ວຍ​ບັນດາ​ອົງການ​ຈັດຕັ້ງສາກົນ, ​ແບ່ງປັນ​ເຕັກ​ໂນ​ໂລ​ຊີ ​ແລະ ວິຊາ​ສະ​ເພາະ​ຂອງ​ພາກ​ເອກະ​ຊົນ ກໍ່​ຄື​ການ​ຮ່ວ​ມມື​ລະຫວ່າງ​ບັນດາ​ນະຄອນ​ກ່ຽວ​ກັບ​ການ​ສ້າງສິ່ງ​ແວດ​ລ້ອມໝັ້ນຄົງ. ກອງ​ປະຊຸມ​ໄດ້​ຈັດ​ບັນດາ​ວາລະ​ປະຊຸມ​ຄົບ​ຄະນະ​ຄື: ລາຍການ​ບັນດາ​ນະຄອນເປັນ​ແບບຢ່າງ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ ​​ທີ່​ມີ​ສິ່ງ​ແວດ​ລ້ອມໝັ້ນຄົງ, ບົດຮຽນ ​ແລະ ​ເສັ້ນທາງ​ມຸ້ງ​ໄປ​ເຖິງ; ສົ່ງ​ເສີມ​ການ​ສ້າງ​ນະຄອນ​ມີ​ສິ່ງ​ແວດ​ລ້ອມໝັ້ນຄົງ​ຢູ່​ປະ​ເທດ​ອື່ນໆ….

ຂ່າວ/ບົດ​ອື່ນ