(vovworld) – ທີ່ການປະຊຸມຂ່າວໃນວັນທີ 18/11, ຢູ່ມາເລເຊຍ, ທ່ານລັດຖະມົນຕີວ່າການກະຊວງການຕ່າງປະເທດມາເລເຊຍ Anifah Aman ໄດ້ສະໜອງໃຫ້ສື່ມວນຊົນບາງຂໍ້ມູນກ່ຽວກັບກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 27 (ອາຊຽນ 27) ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຖືກຈັດຂຶ້ນຢູ່ປະເທດນີ້ໃນລະຫວ່າງວັນທີ 18 – 22/11. ການນຳມາຈາກ 10 ປະເທດສະມາຊິກອາຊຽນ ແລະ ບັນດາປະເທດຄູ່ຮ່ວມມືຄູ່ເຈລະຈາລວມມີ ອົດສະຕາລີ, ຈີນ, ອີນເດຍ, ຍີ່ປຸ່ນ… ແລະ ເລຂາທິການໃຫຍ່ສະຫະປະຊາຊາດ ຈະເຂົ້າຮ່ວມກອງປະຊຸມນີ້.
ໃນຂອບເຂດອາຊຽນ 27 ຈະມີ 10 ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ, ໃນນັ້ນມີກອງປະຊຸມຂັ້ນສູງອາຊຽນຄັ້ງທີ 27, ກອງປະຊຸມຂັ້ນສູງອາຊຽນ ແລະ 3 ປະເທດຄູ່ເຈລະຈາ (ອາຊຽນ +3) ຄັ້ງທີ 18. ກອງປະຊຸມຂັ້ນສູງອາຊີ (EAS) ຄັ້ງທີ 10, ກອງປະຊຸມຂັ້ນສູງອາຊຽນ - ສະຫະປະຊາຊາດຄັ້ງທີ 7. ທີ່ກອງປະຊຸມຂັ້ນສູງອາຊຽນ ຄັ້ງນີ້, ບັນດາການນຳອາຊຽນ ຈະປຶກສາຫາລື ແລະ ລົງນາມໃນຖະແຫຼງການ ກົວລາລຳເປີ 2015 ກ່ຽວກັບການສ້າງຕັ້ງປະຊາຄົມລວມ, ລົງນາມຖະແຫຼງການກົວລາລຳເປີ ກ່ຽວກັບວິໄສທັດອາຊຽນ 2025, ກໍຄືແລກປ່ຽນທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຄາດວ່າ, ບັນດາການນຳອາຊຽນ ກໍຈະຮັບຮອງເອົາເອກະສານສຳຄັນ 18 ສະບັບ… ສິ້ນສຸດກອງປະຊຸມຂັ້ນສູງຄັ້ງນີ້, ມາເລເຊຍ ຈະມອບສິດເປັນປະທານອາຊຽນ ໃຫ້ສປປ.ລາວ.