ກອງປະຊຸມຄັ້ງທີ 28 ຄະນະປະຈຳສະພາ ແຫ່ງຊາດ
(ພາບປະກອບ)
(vovworld) – ກອງປະຊຸມຄັ້ງທີ 28 ຄະນະປະຈຳສະພາແຫ່ງຊາດຖືກດຳເນີນແຕ່ວັນທີ 15 – 17/05 ຢູ່ຮ່າໂນ້ຍ, ເພື່ອກະກຽມບັນດາເນື້ອໃນໃຫ້ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະໃຫ້ຄຳເຫັນໃສ່ບົດລາຍງານເພີ່ມເຕີມຂອງລັດຖະບານ ກ່ຽວກັບການຕີລາຄາການປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດປີ 2013; ສະພາບການປະຕິບັດແຜນພັດທະນາເສດຖະກິດສັງຄົມ ແລະ ງົບປະມານແຫ່ງລັດໃນຊຸມເດືອນຕົ້ນປີ 2014; ການກະກຽມບັນດາເນື້ອໃນໃຫ້ກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13. ຄະນະປະຈຳສະພາແຫ່ງຊາດ ໄດ້ຮັບຟັງຄະນະຕິດຕາມກວດກາລາຍງານກ່ຽວກັບການປະຕິບັດນະໂຍບາຍ, ກົດໝາຍກ່ຽວກັບການຫຼຸດຜ່ອນຄວາມທຸກຍາກໄລຍະ 2005 – 2012… ກ່ຽວກັບວຽກງານສ້າງກົດໝາຍ, ທີ່ກອງປະຊຸມຄັ້ງທີ 28 ຈະໃຫ້ຄຳເຫັນໃສ່ຮ່າງກົດໝາຍວ່າດ້ວຍການຈັດຕັ້ງສະພາແຫ່ງຊາດ (ສະບັບປັບປຸງ); ຮ່າງກົດໝາຍປັບປຸງ, ເພີ່ມເຕີມຂໍ້ 2 ມາດຕາ 13 ຂອງກົດໝາຍວ່າດ້ວຍສັນຊາດຫວຽດນາມ…