ກອງປະຊຸມຄັ້ງທີ 41 ຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ 13 |
(vovworld)- ກອງປະຊຸມຄັ້ງທີ 42 ຄະນະປະຈຳສະພາແຫ່ງຊາດຫວຽດນາມຊຸດທີ 13 ຄາດວ່າຈະຖືກໄຂຂຶ້ນໃນວັນທີ 12/10 ຢູ່ຮ່າໂນ້ຍ ດ້ວຍເນື້ອໃນຫຼາຍປະການທີ່ສຳຄັນ ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດຫວຽດນາມຊຸດທີ 13 ຊຶ່ງຈະໄຂຂຶ້ນໃນວັນທີ 20/10 ນີ້.
ໂດຍຖືກດຳເນີນຮອດວັນທີ 16/10, ຢູ່ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດຫວຽດນາມຈະໃຫ້ຄຳເຫັນໃສ່ບັນດາບົດລາຍງານຂອງລັດຖະບານກ່ຽວກັບໝາກຜົນການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມປີ 2015 ແລະ ແຜນພັດທະນາເສດຖະກິດ-ສັງຄົມປີ 2016, ແຜນຮ່າງຈຳໜ່າຍພັນທະລັດລັດຖະບານອອກສູ່ຕະຫຼາດທຶນສາກົນເຖິງປີ 2020…