ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຄັ້ງທີ4ຊຸດທີ8
(ທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງ
ກ່າວຄຳເຫັນທີ່ກອງປະຊຸມ)
(vovworld) – ກອງປະຊຸມຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຄັ້ງທີ 4 ຊຸດທີ 8 ໄດ້ດຳເນີນໃນວັນທີ 30/12 ຢູ່ຮ່າໂນ້ຍ, ໂດຍທ່ານ ຫງວຽນທ້ຽນເຍີນ ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເປັນປະທານ. ກອງປະຊຸມຄັ້ງນີ້ມີບົດບາດສຳຄັນ, ຕີລາຄາວຽກງານແນວໂຮມປີ 2015, ສ້າງລາຍການສົມທົບກັນເຄື່ອນໄຫວຢ່າງເປັນເອກະພາບໃນປີ 2016; ໃຫ້ຄຳເຫັນກ່ຽວກັບການຜັນຂະຫຍາຍວຽກງານຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາສັງຄົມຂອງແນວໂຮມປະເທດຊາດ ຫວຽດນາມ; ລາຍງານກ່ຽວກັບການຜັນຂະຫຍາຍການຂົນຂວາຍ “ທົ່ວປວງຊົນສາມັກຄີກັນສ້າງຊົນນະບົດໃໝ່, ຕົວເມືອງສີວິໄລ”; ລາຍງານວຽກງານແນວໂຮມເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ການເລືອກຕັ້ງສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2016 – 2021 ຕາມຂໍ້ກຳນົດຂອງກົດໝາຍ.
ກ່ຽວກັບໜ້າທີ່ໃນປີ 2016, ທ່ານ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຫງວຽນທ້ຽນເຍີນ ເນັ້ນໜັກວ່າ: ບັນດາຫົວໜ່ວຍສ້າງລາຍການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ; ເຂົ້າຮ່ວມວຽກງານຈັດຕັ້ງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 14 ແລະ ສະພາປະຊາຊົນທຸກຂັ້ນ ອາຍຸການ 2016 – 2020 ໃຫ້ສຳເລັດຜົນ. ແນວໂຮມປະເທດຊາດທຸກຂັ້ນຄວນສືບຕໍ່ຜັນຂະຫຍາຍລາຍການສື່ສານໂຄສະນາ ເພື່ອເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ; ສົມທົບກັບລັດຖະບານປະຕິບັດຂະບວນການ “ສາມັກຄີ, ມີຫົວຄິດປະດິດສ້າງ ແລະ ປະຢັດ, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ເຊື່ອມໂຍງເຂົ້າກັບສາກົນ ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດຢ່າງມີໄຊ”.