ເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນ
|
(vovworld) – ຕອນເຊົ້າວັນທີ 4/1, ຢູ່ນະຄອນ ເກີນເທີ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 6. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ຫງວຽນຟູຈ້ອງ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເນັ້ນໜັກວ່າ: ໜຶ່ງໃນບັນດາໜ້າທີ່ຈຸດສຸມ, ສຳຄັນແຖວໜ້າຂອງແນວໂຮມປະເທດໃນປີ 2017 ແລະ ຊຸມປີຕໍ່ໄປແມ່ນສືບຕໍ່ກໍ່ສ້າງ ແລະ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນ, ເຕົ້າໂຮມປະຊາຊົນທຸກຊັ້ນວັນນະຢ່າງກ້ວາງຂວາງ, ຮັບປະກັນຄວາມເຫັນດີເຫັນພ້ອມ, ເປັນເອກະພາບສູງກ່ຽວກັບແນວຄິດ ແລະ ການກະທຳ, ສູ້ຊົນປະຕິບັດບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດໃຫ້ບັນລຸໝາກຜົນດີ, ມຸ່ງໄປເຖິງຈຸດໝາຍລວມແມ່ນຮັກສາເອກະລາດ, ອະທິປະໄຕແຫ່ງຊາດ, ສ້າງສະຖຽນລະພາບທາງດ້ານການເມືອງ - ສັງຄົມ, ສ້າງສາປະເທດໃຫ້ນັບມື້ນັບຮັ່ງມີ, ເຂັ້ມແຂງ, ສີວິໄລ, ປະຊາຊົນມີຊີວິດອີມໜຳສຳລານ ແລະ ຜາສຸກ.
ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ສະແດງຄວາມເຊື່ອໝັ້ນວ່າ, ດ້ວຍມູນເຊື້ອຄວາມສາມັກຄີ ແລະ ຄວາມຮັບຜິດຊອບ, ໃນໄລຍະຈະມາເຖິງ, ແນວໂຮມ ແລະ ຂະບວນການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ຈະໄດ້ຮັບບັນດາຜົນງານໃໝ່, ໃຫຍ່ຫຼວງກ່ວາອີກ.