(vovworld) - ຕອນເຊົ້າວັນທີ 23/10, ຢູ່ສຳນັກງານລັດຖະບານຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ໄດ້ເປັນປະທານກອງປະຊຸມຄັ້ງທີ 3 ຄະນະຊີ້ນຳແຫ່ງລັດກ່ຽວກັບແຜນການປົກປັກຮັກສາ ແລະ ພັດທະນາປ່າ ໄລຍະ 2011 – 2020. ຕາມການຊີ້ນຳຂອງລັດຖະບານ, ແຕ່ນີ້ຮອດທ້າຍປີ 2012, ບັນດາທ້ອງຖີ່ນຈະສືບຕໍ່ປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີກ່ຽວກັບການເພີ່ມທະວີບັນດາມາດຕະການປົກປັກຮັກສາປ່າ, ສະກັດກັ້ນສະພາບທຳລາຍປ່າ ແລະ ຕ້າມຜູ້ພວມປະຕິບັດໜ້າທີ່ຢ່າງເຂັ້ມງວດ, ພ້ອມທັງສະເໜີປະກາດນະໂຍບາຍແກ້ໄຂຄວາງຫຍຸ້ງຍາກສຳລັບບັນດາແຂວງທາງພາກໃຕ້ ທີ່ພວມຢູ່ໃນລະດູປູກປ່າເພື່ອສຳລັດຈຸດໝາຍພັດທະນາປ່າ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ Ha Cong Tuan ໄດ້ມີຄຳເຫັນວ່າ.
“ບັນດາກະຊວງ, ຂະແໜງການ ແລະ ທ່ອງຖິ່ນຕ່າງໆກວດກາເລື່ອງຈັດແບ່ງງົບປະມານສູນກາງ ເຂົ້າໃນຂົງເຂດປົກປັກຮັກສາປ່າ ແລະ ພັດທະນາປ່າປີ 2012 ເພື່ອນຳໃຊ້ຢ່າງມີປະສິດທິຜົນ, ຮຽກຮ້ອງເຈົ້າຂອງລົງທຶນບັນດາໂຄງການເຄື່ອນໄຟຟ້ານ້ຳຕົກປູກແທນເນື້ອທີ່ປ່າຢ່າງເດັດຂາດ. ເຂດ Tay Nguyen ເພີ່ມທະວີການຄຸ້ມຄອງ 700 ໂຄງການຫັນປ່ຽນການປູກປ່າ, ດິນປູກປ່າໄປສູ່ເປົ້າໝາຍອື່ນຢ່າງແໜ້ນແຟ້ນໃຫ້ຖືກຕາມຂໍ້ກຳນົດໃນປະຈຸບັນ, ລາຍງານຕໍ່ນາຍົກລັດຖະມົນຕີຊີ້ນຳການຜັນຂະຫຍາຍໃນໄລຍະຈະມາເຖິງ”.
ກໍທີ່ກອງປະຊຸມ, ບັນດາຜູ້ແທນໄດ້ປຶກສາຫາລື ແລະ ໃຫ້ຄຳເຫັນກ່ຽວກັບແຜນການປົກປັກຮັກສາປ່າ ແລະ ພັດທະນາປ່າໄລຍະ 2013 – 2015; ແຜນການຂຸດຄົ້ນປ່າທຳມະຊາດ; ແຜນການຍົກສູງຄວາມສາມາດ, ປະສິດຕິຜົນຂອງວຽກງານກວດກາປ່າໄມ້ໄລຍະ 2012 – 2020 ແລະ ອື່ນໆ.