(vovworld) – ກອງປະຊຸມທົ່ວປະເທດຊາບຊຶມມະຕິ ຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4 ຊຸດທີ 11 ກ່ຽວກັບ “ບາງບັນຫາຮີບດ່ວນໃນການກໍ່ສ້າງພັກໃນປະຈຸບັນ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 27/2 ຢູ່ຮ່າໂນ້ຍ.
ຕໍ່ໜ້າບັນດາຄວາມຮຽກຮ້ອງຕ້ອງການໃນສະພາບການໃໝ່, ຄຽງຂ້າງບັນດາຜົນງານອັນໃຫຍ່ຫຼວງວຽກງານກໍ່ສ້າງພັກພວມຍື່ນຢູ່ຕໍ່ໜ້າບັນດາຄວາມຫຍຸ້ງຍາກ, ການທ້າທາຍ ແລະ ບັນດາຂໍ້ຄົງຄ້າງບໍ່ແມ່ນໜ້ອຍ. ດັ່ງນັ້ນ, ວຽກງານກໍ່ສ້າງພັກ, ປັບປຸງພັກຕິດພັນກັບຊາຕາກຳຂອງຊາດແມ່ນຄວາມເປັນຕາຍຂອງທັງລະບົບການເມືອງ. ພະນັກງານບັນດາອົງການ, ຈັດຕັ້ງພັກຈາກຂັ້ນສູງກາງລົງຮອດຂັ້ນຮາກຖານຕ້ອງເປັນແບບຢ່າງ, ສະໜິດຕິດພັນກັບປະຊາຊົນ. ຄວາມສຳຄັນ ແລະ ລັກສະນະຮີບດ່ວນຂອງບັນຫາກໍ່ສ້າງ, ປັບປຸງ ພັກ ແມ່ນໜ້າທີ່ຈຸດສຸມ, ເປັນແກ່ນສານຕັດສິນຜົນສຳເລັດຂອງພາລະກິດປ່ຽນແປງໃໝ່ປະເທດຊາດ.ກອງປະຊຸມມີການເຂົ້າຮ່ວມຂອງບັນດາສະມາຊິກໃນຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມຊຸດທີ 11 ພ້ອມກັບການນຳຂອງທຸກໆອົງການຂັ້ນສູນກາງ.
ທີ່ວາລະໄຂກອງປະຊຸມ, ທ່ານເລຂາທີການໃຫ່ຍ ຫງວຽນຟູຈ້ອງ ໄດ້ຕາງໜ້າໃຫ້ກົມການເມືອງເຜີຍແຜ່, ຊາບຊືມມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4 ແລະ ຄຳສັ່ງຂອງກົມການເມືອງກ່ຽວກັບການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4 . ທ່ານເລຂາທີການໃຫ່ຍ ຫງວຽນຟູຈ້ອງ ຊີ້ແຈ້ງວ່າ:ມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4 ໄດ້ສຸມໃສ່ 4 ບັນຫາອັນຮີບດ່ວນ. ທີ 1 ແມ່ນ, ສະກັດກັ້ນ, ຍູ້ສະພາບການເຊື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງພະນັກງານ, ສະມາຊິກພັກໃນພາກສ່ວນບໍ່ໜ້ອຍ, ໂດຍສະເພາະແມ່ນພະນັກງານຊີ້ນຳ, ຄຸ້ມຄອງຂັ້ນຕ່າງໆ ແມ່ນເນື້ອໃນທີ່ເປັນຈຸດສຸມ, ມີລັກສະນະຮີບດ່ວນ. ທ່ານເລຂາທີການໃຫ່ຍ ຫງວຽນຟູຈ້ອງ ໃຫ້ຮູ້ວ່າ:
“ພາຍຫຼັງອັດກອງປະຊຸມຄັ້ງນີ້, ກົມການເມືອງຈະຊີ້ນຳການຮັບຟັງຄຳເຫັນຂອງບັນດາຜູ້ແທນ, ປະຕິບັດສຳເລັດ ແລະ ປະກາດໃຊ້ແຜນການຂອງກົມການເມືອງກ່ຽວກັບການປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກໂດຍໄວ“
ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ກົມການເມືອງ, ຄະນະເລຂາໄດ້ດຳເນີນການສຳຫຼວດກວດກາ, ຕີລາຄາ, ເຮັດໃຫ້ຄວາມຮັບຜິດຊອບໃນການຊີ້ນຳນຳພາປະຕິບັດມະຕິ, ຄຳສັ່ງຂອງພັກສະບັບຕ່າງໆຢ່າງຈະແຈ້ງ, ຍູ້ແຮງການຊີ້ນຳການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຄຸນນະທາດ ຄຸນສົມບັດແບບແຜນການດຳລົງຊີວິດ. ກ່ຽວກັບບາງບັນຫາຕ້ອງເອົາໃຈໃສ່ໃນວິວັດການຊີ້ນຳການຈັດຕັ້ງປະຕິບັດມະຕິ, ທ່ານເລຂາທີການໃຫ່ຍ ຫງວຽນຟູຈ້ອງ ເນັ້ນໜັກວ່າ:
“ມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4 ແມ່ນມະຕິມີຄວາມສຳຄັນພິເສດ. ມະຕິໄດ້ຮັບການຊົມເຊີຍ ແລະ ເຫັນດີເຫັນພ້ອມຈາກທົ່ວພັກ, ທົ່ວປວງຊົນ. ກົມການເມືອງ, ຄະນະເລຂາເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈດ້ານການເມືອງສູງສຸດຂອງທົ່ວພັກ, ແລະ ການເຫັນດີເຫັນພ້ອມ, ສະໜັບສະໜູນຈາກປະຊາຊົນນັ້ນ, ແນ່ນອນວ່າພວກເຮົາຈະຜ່ານຜ່າທຸກໆຄວາມຫຍູ້ງຍາກ, ປະຕິບັດມະຕິຂອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຄັ້ງທີ 4 ຢ່າງມີໄຊ ສ້າງບາດກ້າວຫັນປ່ຽນໃໝ່ໃນວຽກງານກໍ່ສ້າງພັກ, ເຮັດໃຫ້ພັກນັບມື້ນັບໂປ່ງໃສ, ໝັ້ນຄົງເຂັ້ມແຂງ“.