ກອງປະຊຸມບໍ່ເປັນທາງການຜູ້ບັນຊາການທະຫານປ້ອງກັນປະເທດອາຊຽນຄັ້ງທີ13

ກອງປະຊຸມບໍ່ເປັນທາງການຜູ້ບັນຊາການທະຫານປ້ອງກັນປະເທດອາຊຽນຄັ້ງທີ13 - ảnh 1
(ກອງປະຊຸມບໍ່ເປັນທາງການ
ຜູ້ບັນຊາການທະຫານປ້ອງກັນປະເທດອາຊຽນຄັ້ງທີ 13)

(vovworld) –​ ​ ​​​​ ກອງ​ປະ​ຊຸ​ມບໍ່​ເປັນ​ທາງ​ການ​ຜູ້​ບັນ​ຊາ​ການ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ ຄັ້ງ​ທີ 13 ຖືກ​ໄຂ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 14/03, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ, ປະ​ເທດ​ລາວ. ທ່ານ​ພົນ​ເອກ ໂດ້​ບ໋າ​ຕິ, ​ຫົວ​ໜ້າເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ​ ເຂົ້າ​ຮ່ວມກອງ​ປະ​ຊຸມ. ດ້ວຍ​ຫົວ​ຂ​ໍ້​ວ່າ, “ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ປ​້ອງ​ກັນ​ຊາດ ເພື່ອ​ປະ​ຊ​າ​ຄົມ​ອາ​ຊຽນ ທີ່​ຂະ​ຫຍັນ​ຂັນ​ເຄື່ອນ”, ທີ່ກອງ​ປ​ະ​ຊຸມ, ບັນ​ດາ​ຜູ້​ບັນ​ຊາ​ການ​ທະ​ຫານ​ອາ​ຊຽນ ໄດ້​ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​​ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ ກັນ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ການ​ຮ່ວມ​ມື.

      ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ, ທ່ານ​ພົນ​ຕີ ສຸ​ວອນ ເລືອງບຸນມ​ີ, ຫົວ​ໜ້າເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ເນັ້ນ​ໜັກ​ວ່າ, ກອງ​ປະ​ຊຸມ​ຄັ້ງ​ນີ້​ແມ່ນ​ເຫດ​ການ​ສຳ​ຄັນ​ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ ພາຍ​ຫຼ​ັງ​ປະ​ຊາ​ຄົມ​ລວມ​ອາ​ຊຽນ ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການ. ນັ້ນ​ແມ່ນ​ເຫດ​ການ​ທີ່​ມີ​ຄວາ​ມ​ໝາຍ​ສຳ​ຄັນ​ຍິ່ງ ສຳ​ລັບ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊຽນ ດ້ວຍ​​ຈຸດໝາຍ​ນຳ​ມາ​ເຊິ່ງ​ສັນ​ຕິ​ພາບ, ຄວາມໝັ້ນ​ຄົງ, ສະ​ຖຽນ​ລະ​ພາບ ແລະ ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃນ​ພາກ​ພື້​ນ.

      ໃນ​ວາ​ລະ​ປະ​ຊຸ​ມ​ຕອນ​ບ່າຍ​ວັນ​ດ​ຽວ​ກັນ, ກອງ​ປະ​ຊຸມ​ໄດ້​ອອກ​ຖະ​ແຫຼງ​ການ​ຮ່​ວ​ມ ແລະ ມອບ​ໂອນ​ບົດ​ບາດ​ເປັນ​ປະ​ທານກອງ​ປະ​ຊຸ​ມບໍ່​ເປັນ​ທາງ​ການ​ຜູ້​ບັນ​ຊາ​ການ​​ກຳ​ລັງ​ປ້ອງ​ກັນ​ປະ​ເທດ​ອາ​ຊຽນ​ ຄັ້ງ​ທີ 13 ແລະ ບັນ​ດາ​ກອງ​ປ​ະ​ຊຸ​ມ​ທີ່​ກ່ຽວ​ຂ້ອງ.


ຂ່າວ/ບົດ​ອື່ນ