(ພາບ:ອິນເຕີແນັດ)
(VOV)- ກອງປະຊຸມປະຈຳປີ 2012 ຂອງສະຫະພັນບັນດານັກຜະລິດເສັ້ນໄໝສາກົນໄດ້ດຳເນີນໄປຢູ່ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 200 ທ່ານທີ່ມາຈາກ 26 ປະເທດ ແລະ ເຂດແຄ້ວນໃນໂລກ. ດ້ວຍຫົວຂໍ້ວ່າ: “ການທ້າທາຍຕໍ່ຂະແໜງອຸດສາຫະກຳຕ່ຳແຜ່ນ: ປະຈຸບັນ ແລະ ໃນອະນາຄົດ“. ກອງປະຊຸມໄດ້ປຶກສາຫາລືບັນດາບັນຫາໃນການສະໜອງເຄື່ອງຕ່ຳແຜ່ນຕັດຫຍິບທົ່ວໂລກກໍ່ຄືຍົກອອກທິດທາງດຳເນີນທຸລະກິດຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບໃນສະພາບການມີການຜັນແປຫຼາຍຢ່າງໃນທ້ອງຕະຫຼາດ. ຕີລາຄາກ່ຽວກັບຄວາມສາມາດບົ່ມຊ້ອນຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ, ທ່ານ Bashi H.Ali Mohamad ປະທານສະຫະພັນບັນດານັກຜະລິດເສັ້ນໄໝສາກົນເນັ້ນໜັກວ່າ:
“ການລົງທຶນເຂົ້າບັນດາການເຄື່ອນໄຫວ ແລະ ເຄື່ອງຈັກຕ່ຳແຜ່ນຕັດຫຍິບໄດ້ເພີ່ມຂຶ້ນຫຼາຍພໍສົມຄວນ, ຈາກໂຮງງານ 600 ແຫ່ງໄດ້ເພີ່ມຂຶ້ນເປັນ 2000 ແຫ່ງໃນປີ 2011 ຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ ພວມມີການພັດທະນາຢ່າງແຮງ.“
ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ Hoang Trung Hai ເນັ້ນໜັກວ່າ: ລັດຖະບານຫວຽດນາມ ກຳນົດວ່າ, ຮອດປີ 2020, ຂະແໜງອຸດສາຫະກຳເຄື່ອງຕ່ຳແຜ່ນຕັດຫຍິບແມ່ນຂະແໜງອຸດສາຫະກຳສຳຄັນ, ຍູ້ແຮງການຜະລິດແພດ້ວຍຫຼັກແຫຼ່ງແມ່ນກຸ່ມບໍລິສັດເຄື່ອງຕ່ຳແຜ່ນຕັດຫຍິບຫວຽດນາມ, ປົກປັກຮັກສາສິ່ງແວດລ້ອມ, ຍູ້ແຮງການລົງທຶນຈາກຕ່າງປະເທດ.