ກອງປະຊຸມຜັນຂະຫຍາຍວຽກງານສື່ຂ່າວກັບຕ່າງປະເທດໂຄສະນາກ່ຽວກັບທະເລ,ເກາະແລະປັກຫຼັກໝາຍຊາຍແດນປີ2014
ທ່ານ ດິງເທ໋ຮິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: Trọng Đức/TTXVN)
(vovworld) – ກອງປະຊຸມຜັນຂະຫຍາຍວຽກງານສື່ຂ່າວພົວພັນຕ່າງປະເທດໂຄສະນາກ່ຽວກັບທະເລ,ເກາະຂີດເສັ້ນຊາຍແດນ ແລະ ປັກຫຼັກໝາຍຊາຍແດນປີ 2014 ຖືກຈັດຂຶ້ນໃນຕອນເຊົ້າວັນທີ 14/1, ຢູ່ ຮ່າໂນ້ຍ, ເພື່ອແນໃສ່ໄຈ້ແຍກ, ຖອດຖອນບົດຮຽນໃນການເຄື່ອນໄຫວໂຄສະນາເຜີຍແຜ່ປີ 2013, ຈາກນັ້ນ ຊອກຫາບັນດາມາດຕະການມີລັກສະນະເປັນໄປໄດ້ເພື່ອຜັນຂະຫຍາຍການປະຕິບັດທິດທາງໜ້າທີ່ວຽກງານໃນປີ 2014.
ກ່າວຄຳເຫັນທີ່ກອງປະຊຸມ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຊີ້ນຳວຽກງານສື່ຂ່າວກັບຕ່າງປະເທດ ດິງເທ໋ຮິງ ເນັ້ນໜັກວ່າ: ບົນພື້ນຖານການແນະນຳຂອງຄະນະໂຄສະນາສຶກສາສູນກາງ, ບັນດາກະຊວງ, ຂະແໜງການທ້ອງຖີ່ນເປັນເຈົ້າການກໍ່ສ້າງແຜນການກ່ຽວກັບສື່ຂ່າວພົວພັນຕ່າງປະເທດ, ໂຄສະນາເຜິຍແຜ່ກ່ຽວກັບທະເລ, ເກາະ ແລະ ປັກຫຼັກໝາຍຊາຍແດນທາງບົກ ນັບແຕ່ຊຸມເດືອນຕົ້ນປີ 2014. ສືບຕໍ່ປ່ຽນໃໝ່ ແລະ ເພີ່ມທະວີການເຄື່ອນໄຫວສື່ຂ່າວກັບຕ່າງປະເທດ, ພ້ອມທັງ ຍົກສູງປະສິດທິຜົນການສົມທົບກັນລະຫວ່າງທຸກຂັ້ນ, ທຸກຂະແໜງການ. ພິເສດ, ຄວນເສີມຂະຫຍາຍບົດບາດຂອງອົງການຕາງໜ້າ ຫວຽດນາມ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພີ່ມທະວີສື່ຂ່າວດ້ວຍພາສາຕ່າງປະເທດ.