ກອງປະຊຸມພັດທະນາຂະແໜງກາເຟຫວຽດນາມແບບຍືນຍົງ

ກອງປະຊຸມພັດທະນາຂະແໜງກາເຟຫວຽດນາມແບບຍືນຍົງ - ảnh 1
ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ກາວ​ດຶກ​ຟາດ
(ພາບ: cand.com.vn)

(vovworld) – ປະ​ຈຸ​ບັນ, ຫວຽດ​ນາມ ​ມີເນື້ອ​ທີ່​ດິນ​ປູກ​ກາ​ເຟ​ປະ​ມານ 640.000 ha, ສຸມ​ໃສ່​ຕົ້ນ​ຕໍ​ໃນ​ເຂດ ໄຕ​ງວຽນ. ກາ​ເຟ ຫວຽດ​ນາມ ໄດ້​ສົ່ງ​ອອກ​ເຖິງ​ກ່​ວາ 60 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ໂລກ. ປີ 2014, ຫວຽດ​ນາມ ບັນ​ລຸ​ວົງ​ເງິນ​ສົ່ງ​ອອກ 3,4 ຕື້ USD, ແມ່ນ​ປະ​ເທດ​ສົ່ງ​ອອກ ກາ​ເຟ ຢື່ນ​ອັນ​ດັບ 2 ໃນ​ໂລກ ແລະ ແມ່ນ​ປະ​ເທດ​ນຳ​ໜ້າ​ກ່ຽວ​ກັບ​ການ​ຜະ​ລິດ​ກາ​ເຟ robusta, ກວມເກືອບ 1/5 ຍອດ​ປະ​ລິ​ມານ ກາ​ເຟ​ທົ່ວ​ໂລກ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ຂະ​ແໜງ​ກາ​ເຟ ຫວຽດ​ນາມ ມີ​ຂອບ​ຂະ​ໜາດ​ພັດ​ທະ​ນາບໍ່​ທັນ​ເປັນ​ປົກ​ກະ​ຕິ, ຂາດ​ເຕັກ​ໂນ​ໂລຢ​ີ​ປ​ຸງ​ແຕ່ງ. ທີ່ກອງ​ປະ​ຊຸມ​ພັດ​ທະ​ນາ​ຂະ​ແໜງ​ກາ​ເຟ ຫວຽດ​ນາມ ແບບ​ຍືນ​ຍົງ ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 11/3, ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ກາວ​ດຶກ​ຟາດ ຖື​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ຖື​ວ່ານີ້​ແມ່ນກອງ​ປະ​ຊຸມ​ຂອງ​ບັນ​ດາ​ທ້ອງ​ຖິ່ນ, ບັນ​ດາ​ນັກ​ຄຸ້ມ​ຄອງ, ນັກ​ທຸ​ລະ​ກິດ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ຂອງ​​ຜູ້​ທີ່​ເອົາ​ໃຈ​ໃສ່​ເຖິງ​ຂະ​ແໜງ​ກາ​ເຟ ຫວຽດ​ນາມ ທຸກ​ຄົນ. ຜ່ານນັ້ນ, ພວກ​ເຮົາ​ພ້ອມ​ກັນ​ກຳ​ນົດ​ໄດ້​ຈຸດ​ດ​ີ, ພິ​ເສດ​ແມ່ນ​ບັນ​ດາ​ຈຸດ​ອ່ອນ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ແຜນ​ນະ​ໂຍບ​າຍ, ​ທິດ​ທາງ, ບັນ​ດາ​ມາດ​ຕະ​ກ​ານ​ພັດ​ທະ​ນາ​ຕົ້ນ​ກາ​ເຟ ແບບ​ຍືນ​ຍົງ, ນຳ​ມາ​ເຊິ່ງ​ບັນ​ດາ​ປະ​ສິດ​ທິ​ຜົນ​ອັນ​ໃຫຍ່ຫຼວງ​ກ່​ວາ​ໃຫ້​ແກ່​ຜູ້​ປູກ​ກາ​ເຟ ແລະ ປະ​ເທດ​ຫວຽດ​ນາມ.”

 


ຂ່າວ/ບົດ​ອື່ນ