(vovworld) – ພາຍຫຼັງຈັດກອງປະຊຸມເປັນເວລາ 2 ວັນ, ກອງປະຊຸມລັດຖະມົນຕີການຕ່າງປະເທດເວທີປາໄສຄູ່ເຈລະຈາອາຊີ - ເອີລົບ (ASEM) ຄັ້ງທີ 12 ໄດ້ສິ້ນສຸດລົງຢ່າງຈົບງາມ, ຢູ່ສູນກອງປະຊຸມເອີລົບ ຢູ່ Luxembourg ໃນຄໍ່າຄືນວັນທີ 06/11. ຕີລາຄາໝາກຜົນກອງປະຊຸມ, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸຍແທງເຊີນ, ຫົວໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫ້ຮູ້ວ່າ, ກອງປະຊຸມໄດ້ອອກຖະແຫຼງການຮ່ວມ ດ້ວຍບັນດາການກຳນົດທິດ ແລະ ມາດຕະການຢ່າງລະອຽດ ດ້ວຍສານຢ່າງແຮງກ່ຽວກັບຄວາມຕັດສິນໃຈນຳການຮ່ວມມືອາຊີ -ເອີລົບ ເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.
ກ່ຽວຂ້ອງເຖິງການປະກອບສ່ວນຂອງຫວຽດນາມ ທີ່ກອງປະຊຸມຄັ້ງນີ້, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸຍແທງເຊີນ ໃຫ້ຮູ້ວ່າ, ຫວຽດນາມ ໄດ້ຮັບການສະໜັບສະໜູນຢ່າງກ້ວາງຂວາງສຳລັບຂໍ້ລິເລີ່ມ “ຄຸ້ນຄອງ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ; ມີຫົວຄິດປະດິດສ້າງ ແລະ ເຕັກໂນໂລຊີ ເພື່ອການພັດທະນາແບບຍືນຍົງ, ດ້ວຍຕົນເອງ”, ພິເສດແມ່ນໃນຂົງເຂດກະສິກຳ. ກອງປະຊຸມກໍຊົມເຊີຍຂໍ້ສະເໜີຂອງຫວຽດນາມ ກ່ຽວກັບຄວາມຈຳເປັນ ແລະ ຮີບດ່ວນກ່ຽວກັບການເພີ່ມທະວີການເຈລະຈາ, ຮ່ວມມື ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈຍຸດທະສາດແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບປອດໄພ ແລະ ຄວາມໝັ້ນຄົງຢູ່ອາຊີຕາເວັນອອກສ່ຽງໃຕ້, ໃນນັ້ນມີທະເລຕາເວັນອອກ.