(vovworld) - ກອງປະຊຸມຂັ້ນລັດຖະມົນຕີການເງິນອາຊີ - ເອີລົບ ຄັ້ງທີ 10 ໄດອັດລົງ ໃນວັນທີ 15/10 ຢູ່ນະຄອນຫຼວງບາງກອກ, ແຫ່ງປະເທດໄທ ແລະ ອອກຖະແຫຼງການຮ່ວມ, ເນັ້ນໜັກເລື່ອງຍົກອອກຄຳໝັ້ນສັນຍາຢ່າງແໜ້ນແຟ້ນເພື່ອມຸ່ງໄປເຖິງການພົວພັນຄູ່ຮ່ວມມືອາຊີ - ເອີລົບ ຢ່າງແຂງແຮງ ແລະ ຂະຫຍັນຂັນເຄື່ອນກວ່າ ໃນການແກ້ໄຂວິກິດການທົ່ວໂລກໃນປະຈຸບັນ, ກໍຄືສ້າງປະຖົມປັດໃຈໃຫ້ແກ່ການເຕີບໂຕທົ່ວໂລກຢ່າງແຂງແຮງ, ໝັ້ນຄົງ ແລະ ສົມດູນກວ່າ. ກອງປະຊຸມໄດ້ຊອກຫາບັນດາມາດຕະການເພື່ອແນໃສ່ເພີ່ມທະວີການພົວພັນລະຫວ່າງສອງພາກພື້ນ ແລະ ຕົກລົງຈະສືບຕໍ່ໜູນຊ່ວຍໃຫ້ແກ່ການພົວພັນລະຫວ່າງເຂດນີ້ ຜ່ານເລື່ອງປົວແປງສະພາບແວດລ້ອມດ້ານການເງິນ. ພ້ອມກັນນັ້ນ, ກອງປະຊຸມກໍສົ່ງເສີມບັນດາວິສາຫະກິດ ແລະ ພາກເອກະຊົນອາຊີ - ເອີລົບ, ລວມທັງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍເປີດກວ້າງການລົງທຶນ ແລະ ການຄ້າລະຫວ່າງສອງພາກພື້ນ; ສືບຕໍ່ຮ່ວມມືດ້ານພາສີ, ພິເສດແມ່ນໃນບັນດາຂົງເຂດບຸລິມະສິດຄື; ສ້າງຄວາມສະດວກສະບາຍ ແລະ ຮັບປະກັນຄວາມປອດໄພການຄ້າ, ຕ້ານການລະເມີດລິຂະສິດພູມປັນຍາ, ປົກປັກຮັກສາສັງຄົມ ແລະ ສິ່ງແວດລ້ອມ.