ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ 15 ຖືກດຳເນີນໃນວັນທີ 31/10 ຈະມາເຖິງຢູ່ລາວ
ກວກແຄ໋ງ,ນັກຂ່າວVOVປະຈຳລາວ -  
(ພາບປະກອບ)
(vovworld) – ກອງປະຊຸມລັດຖະມົນຕີສິ່ງແວດລ້ອມອາຊຽນ ບໍ່ເປັນທາງການຄັ້ງທີ 15 (IAMME) ຈະຖືກດຳເນີນໃນວັນທີ 31/10 ທີ່ຈະມາເຖິງຢູ່ລາວ. ນີ້ແມ່ນກອງປະຊຸມຖືກຈັດຂຶ້ນປະຈຳປີ ແລະ ນອນໃນເນື້ອໃນການຮ່ວມມືກ່ຽວກັບສິ່ງແວດລ້ອມຂອງບັນດາປະເທດສະມາຊິກອາຊຽນ, ອາຊຽນ +3 ແລະ ບັນດາປະເທດຄູ່ຮ່ວມມື. ກອງປະຊຸມໄດ້ດຶງດູດຜູ້ເຂົ້າຮ່ວມກວ່າ 200 ຄົນທີ່ມາຈາກ 19 ປະເທດໃນໂລກ. ກອງປະຊຸມປຶກສາຫາລື ແລະ ຮັບຮອງເອົາບັນດາເນື້ອໃນສຳຄັນທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ ແລະ ສິ່ງແວດລ້ອມໃນໂລກ. ກອງປະຊຸມໄດ້ຮັບຮອງເອົາບົດລາຍງານກອງປະຊຸມເຈົ້າໜ້າທີ່ຂັ້ນສູງອາຊຽນ ກ່ຽວກັບສິ່ງແວດລ້ອມຄັ້ງທີ 25.
ກ່ອນໜ້ານັ້ນ, ແຕ່ວັນທີ 27 – 31/10, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ ໄດ້ດຳເນີນບັນດາກອງປະຊຸມວິຊາສະເພາະກ່ຽວກັບມົນລະພິດຄວັນຂ້າມຊາຍແດນໃນອະນຸພາກພື້ນແມ່ນ້ຳຂອງຄັ້ງທີ 10, ກອງປະຊຸມລັດຖະມົນຕີຄັ້ງທີ 4 ຂອງຄະນະກຳມະການຊີ້ນຳກ່ຽວກັບມົນລະພິດຄວັນຂ້າມຊາຍແດນໃນບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ…
ກວກແຄ໋ງ,ນັກຂ່າວVOVປະຈຳລາວ