ກອງປະຊຸມວິທະຍາສາດສາກົນ “ປິ່ນປົວພະຍາດ ໂລກຫົວໃຈຄົບຊຸດ“
(ພາບປະກອບ)
(vovworld) - ໃນລະຫວ່າງວັນທີ 14-16/1, ຢູ່ນະຄອນໂຮ່ຈີມິນ, ສະມາຄົມຫົວໃຈເສັ້ນເລືອດເດັກ ແລະ ໂລກຫົວໃຈມາແຕ່ເກີດ ນະຄອນ ໂຮ່ຈີມິນ ໄດ້ຈັດ ກອງປະຊຸມວິທະຍາສາດສາກົນດ້ວຍຫົວຂໍ້ວ່າ “ປິ່ນປົວພະຍາດໂລກຫົວໃຈຄົບຊຸດ“ ປີ 2015. ກອງປະຊຸມໄດ້ດຶງດູດຜູ້ຊ່ຽວຊານອັນດັບໜຶ່ງໃນຂົງເຂດປິ່ນປົວພະຍາດໂລກຫົວໃຈໃນໂລກປະມານ 200 ຄົນເຂົ້າຮ່ວມ. ບັນດາບົດລາຍງານທີ່ກອງປະຊຸມສຸມໃສ່ເລື່ອງອັບເດັດຄວາມຮູ້ໃໝ່ ແລະ ແບ່ງປັນບົດຮຽນໃນການປິ່ນປົວພະຍາດໂລກຫົວໃຈ. ພິເສດໃນກອງປະຊຸມຄັ້ງນີ້ໄດ້ແນະນຳບັນດາກໍລະນີປິ່ນປົວພະຍາດໂລກຫົວໃຈຢູ່ໂຮງໝໍມະຫາວິທະຍາໄລການແພດນະຄອນໂຮ່ຈີມິນ, ໂຮງໝໍເດັກເລກ 1, ນະຄອນໂຮ່ຈີມິນ ແລະ ໂຮງໝໍເດັກແຫ່ງຊາດຂອງໄທ. ນີ້ແມ່ນກາລະໂອກາດເພື່ອໃຫ້ທ່ານໝໍທັງພາຍໃນ ແລະ ຕ່າງປະເທດຮຳ່ຮຽນ ແລະ ແບ່ງປັນພບົດຮຽນກັບບັນດາຊ່ຽວຊານອັນດັບໜຶ່ງຂອງໂລກໃນຂົງເຂດໂອກຫົວໃຈມາແຕ່ເກີດ.