ກອງປະຊຸມສະມັດຊາໃຫຍ່ສປຊ
ພາບ:internet
|
(vovworld)- ຕອນເຊົ້າວັນທີ 26/10, ສະມັດຊາໃຫຍ່ ສປຊ ຊຸດທີ 71 ໄດ້ຈັດກອງປະຊຸມຄົບຄະນະ ເພື່ອຮັບຮອງເອົາມະຕິຄັດຄ້ານຄຳສັ່ງຂວ້ຳບາດຂອງອາເມລິກາ ສຳລັບ ກູບາ ດ້ວຍອັດຕາສ່ວນບັດເຫັນດີຢ່າງຂາດຂັ້ນແມ່ນ 191/193. ອາເມລິກາ ແລະ ອິດສະຣາແອນ ເປັນຄັ້ງທຳອິດປ່ອນບັດຂາວ ແລະ ບໍ່ມີປະເທດໃດປ່ອນບັດຄ້ານ. ນີ້ແມ່ນຄັ້ງທີ25 ຢ່າງລຽນຕິ ປະເທດສະມາຊິກ ສປຊ ສ່ວນຫລາຍສະແດງການສະຫນັບສະຫນູນສຳລັບບົດລາຍງານ “ຄວາມຈຳເປັນຕ້ອງຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດ, ການຄ້າ ແລະ ການເງິນ ໂດຍອາເມລິກາ ຈັດວາງເພື່ອຕ້ານ ກູບາ, ໂດຍລັດຖະບານ ກູບາ ຍື່ນສະເຫນີໃນແຕ່ລະປີ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາງ ຫງວຽນເຟືອງງາ, ເອກອັກຄະລັດຖະທູ ຫົວຫນ້າຄະນະຜູ້ຕາງຫນ້າ ຂອງຫວຽດນາມປະຈຳ ສປຊ ໄດ້ເນັ້ນຫນັກວ່າ: ຫວຽດນາມ ຕີລາຄາສູງບົດລາຍງານຂອງ ສປຊ ໃນນັ້ນ ຊີ້ແຈ້ງຄວາມມຸ້ງມາດປາດຖະຫນາຂອງບັນດາປະເທດໃນການຢຸດຕິຄຳສັ່ງຂວ້ຳບາດດ້ານເສດຖະກິດຕ້ານກູບາ ແລະ ບັນດາຄວາມມານະພະຍາຍາມຂອງບັນດາອົງການ ສປຊ ເພື່ອຢຸດຕິຄຳສັ່ງນີ້.