ກອງປະຊຸມສະໄໝສະມັນເທື່ອທີ 9 ສະພາແຫ່ງຊາດຊຸດທີ 12
(ພາບ: XuanHai)
(vovworld) – ຕອນເຊົ້າວັນທີ 24/8, ຢູ່ຮ່າໂນ້ຍ, ຄະນະປະຈຳສະພາແຫ່ງຊາດໄຂກອງປະຊຸມສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດທີ່ປຶກສາຫາລືກ່ຽວກັບ 5 ຮ່າງກົດໝາຍຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ, ຮັບການຮັບຮອງເອົາທີ່ກອງປະຊຸມສະໄໝສະມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 12. ກ່າວຄຳເຫັນທີ່ພິທີໄຂກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ເນັ້ນໜັກວ່າ: ກອງປະຊຸມສະໄໝສະມັນເທື່ອທີ 10 ຂອງສະພາແຫ່ງຊາດແມ່ນກອງປະຊຸມສະໄໝສະມັນທີ່ມີຫລາຍເນື້ອໃນສຳຄັນ.
ຄາດຄະເນວ່າ: ສະພາແຫ່ງຊາດຈະຮັບຮອງເອົາ 17 ຮ່າງກົດໝາຍ, ໃຫ້ຄວາມເຫັນຄັ້ງທຳອິດໃສ່ 10 ຮ່າງກົດໝາຍອື່ນໆ. ເພາະສະນັ້ນ, ທີ່ກອງປະຊຸມນີ້, ຄະນະປະຈຳສະພາແຫ່ງຊາດ ໄດ້ເລືອກເຟັ້ນ 5 ຮ່າງກົດໝາຍວ່າດ້ວຍ ເພື່ອປຶກສາຫາລື, ນັ້ນແມ່ນ: ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນ; ຮ່າງປະມວນກົດໝາຍດຳເນີນຄະດີແພ່ງ (ສະບັບປັບປຸງ); ຮ່າງປະມວນກົດໝາຍອາຍາ (ສະບັບປັບປຸງ) ແລະ ຮ່າງປະມວນກົດໝາຍດຳເນີນຄະດີອາຍາ(ສະບັບປັບປຸງ). ໃນຕອນເຊົ້າວັນທີ 24/8, ບັນດາສະມາຊິກໃຫ້ຄວາມເຫັນໃສ່ຮ່າງປະມວນກົດໝາຍແພ່ງ (ສະບັບປັບປຸງ). ກອງປະຊຸມສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດຈະສິ້ນສຸດໃນວັນທີ 26/8.