ກອງປະຊຸມສະຫຼຸບປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ

(VOVWORLD) - ກອງປະຊຸມເພື່ອຕີລາຄາບັນດາໝາກຜົນສຳຄັນ ຂອງທົ່ວຂະແໜງທີ່ໄດ້ປະຕິບັດໃນປີຜ່ານມາ. ພ້ອມທັງ, ນີ້ກໍ່ແມ່ນໂອກາດ ເພື່ອຕີລາຄາພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍປະຕິບັດຂໍ້ສະຫຼຸບຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ
ກອງປະຊຸມສະຫຼຸບປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: VGP)

        ຕອນເຊົ້າວັນທີ 03 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມກອງປະຊຸມສະຫຼຸບວຽກງານປີ 2023, ຜັນຂະຫຍາຍໜ້າທີ່ປີ 2024 ຂອງຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໂດຍກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຈັດຂຶ້ນ. ກອງປະຊຸມໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນຂຶ້ນກັບສູນກາງ.

        ກອງປະຊຸມເພື່ອຕີລາຄາບັນດາໝາກຜົນສຳຄັນຂອງທົ່ວຂະແໜງທີ່ໄດ້ປະຕິບັດໃນປີຜ່ານມາ. ພ້ອມທັງ, ນີ້ກໍ່ແມ່ນໂອກາດເພື່ອຕີລາຄາພາຍຫຼັງ 2 ປີແຫ່ງການຜັນຂະຫຍາຍປະຕິບັດຂໍ້ສະຫຼຸບຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ກອງປະຊຸມວັດທະນະທຳທົ່ວປະເທດປີ 2021, ດ້ວຍບັນດາໜ້າທີ່ ແລະ ມາດຕະການແກ້ໄຂພັດທະນາວັດທະນະທຳ ທີ່ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ພ້ອມກັບບັນດາກະຊວງ, ຂະແໜງ ແລະ ທ້ອງຖິ່ນໃນທົ່ວປະເທດ ຫັນບັນດາການເຄື່ອນໄຫວປະຕິບັດງານ ເປັນລະອຽດ. ປີ 2024, ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສືບຕໍ່ຜັນຂະຫຍາຍໃຫ້ບັນລຸປະສິດທິຜົນ 6 ໝວດໜ້າທີ່ ແລະ 4 ໝວດມາດຕະການແກ້ໄຂໃນການສ້າງ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າ ທີ່ເປັນເອກະລັກສະເພາະຂອງພື້ນຖານວັດທະນະທຳ ຫວຽດນາມ ທີ່ກ້າວໜ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ ເຊິ່ງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ຊີ້ນຳທີ່ກອງປະຊຸມວັດທະນະທຳທົ່ວປະເທດປີ 2021. ເປົ້າໝາຍ, ໜ້າທີ່ລຸລ່ວງແມ່ນ “ປຸກລຸກນ້ຳໃຈຮັກຊາດ, ເຈດຈຳນົງເຂັ້ມແຂງດ້ວຍຕົນເອງຂອງຊາດ ແລະ ຄວາມຄາດຫວັງ ພັດທະນາປະເທດໃຫ້ມີຄວາມວັດທະນາຖາວອນ, ຜາສຸກ”, ຕັ້ງໜ້າປະກອບສ່ວນພ້ອມກັບທົ່ວປະເທດ ປະຕິບັດສຳເລັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມປີ 2024.

    ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ, ປີ 2024, ຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເວົ້າລວມ ແລະ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ເວົ້າສະເພາະ ຕ້ອງສ້າງບາດກ້າວບຸກທະລຸໃນວຽກງານຫັນບັນດາແຜນນະໂຍບາຍ, ແນວທາງ, ນະໂຍບາຍ, ກົດໝາຍຂອງພັກ, ລັດ ກ່ຽວກັບການພັດທະນາວັດທະນະທຳ, ກິລາ ແລະ ທ່ອງທ່ຽວເປັນລະບອບລະບຽບການ; ສ້າງ, ສະເໜີຂັ້ນມີສິດອຳນາດປະກາດໃຊ້ໂຄງການເປົ້າໝາຍແຫ່ງຊາດ ກ່ຽວກັບການພັດທະນາວັດທະນະທຳ ໄລຍະ 2025 – 2035 ແລະ ຍຸດທະສາດພັດທະນາອຸດສາຫະກຳ ວັດທະນະທຳ ຫວຽດນາມ ໃນໄລຍະໃໝ່… ສູ້ຊົນຮອດປີ 2024, ຂະແໜງການທ່ອງທ່ຽວຈະຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວສາກົນ 18 ລ້ານເທື່ອຄົນ; ແຂກທ່ອງທ່ຽວຢູ່ພາຍໃນປະເທດ 110 ລ້ານເທື່ອຄົນ. ລາຍຮັບຈາກການທ່ອງທ່ຽວຄາດວ່າບັນລຸກວ່າ 34,8 ຕື້ USD. ພ້ອມກັນນັ້ນ, ຕ້ອງຍູ້ແຮງການເຊື່ອມຕໍ່ພາຍໃນເຂດ, ເຊື່ອມຕໍ່ບັນດາເຂດ, ເຊື່ອມຕໍ່ແຫ່ງຊາດ, ສາກົນກ່ຽວກັບວັດທະນະທຳ, ກິລາ ແລະ ທ່ອງທ່ຽວ.

ຕອບກັບ

ຂ່າວ/ບົດ​ອື່ນ