ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ການນຳຜູ້ມອງກວ້າງ​ເຫັນໄກ, ນັກການທູດປີຊາສາມາດ

(VOVWORLD) - ທ່ານ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສວມບົດບາດສຳຄັນໃນການຊຸກຍູ້ການພົວພັນຫຼາຍດ້ານກັບຫຼາຍປະເທດ, ພິເສດແມ່ນຊຸກຍູ້ການພົວພັນລະຫວ່າງ ລາວ - ຫວຽດນາມ - ກຳປູເຈຍ ຜ່ານກົນໄກພົບປະຂັ້ນສູງລະຫວ່າງ 3 ພັກ.
ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ: ການນຳຜູ້ມອງກວ້າງ​ເຫັນໄກ, ນັກການທູດປີຊາສາມາດ - ảnh 1 ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຕ້ອນຮັບ ແລະ ດຳເນີນການເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ເມື່ອວັນທີ 03 ກໍລະກົດ 2018
(ພາບ: TTXVN)

        ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ, ແມ່ນການນຳທີ່ມອງກວ້າງເຫັນໄກ, ນັກການທູດທີ່ປີຊາສາມາດ ແລະ ຍາມໃດກໍ່ຖືເປັນສຳຄັນການພົວພັນກັບທຸກໆປະເທດໃນໂລກ. ສິ່ງດັ່ງກ່າວໂດຍທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ, ແບ່ງປັນກັບນັກຂ່າວສຳນັກຂ່າວສານ ຫວຽດນາມ, ປະຈຳນະຄອນຫຼວງ ວຽງຈັນ, ໃນຕອນບ່າຍວັນທີ 22 ກໍລະກົດ, ທ່ານ ບຸນຍັງ ວໍລະຈິດ ເນັ້ນໜັກວ່າ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສວມບົດບາດສຳຄັນໃນການຊຸກຍູ້ການພົວພັນຫຼາຍດ້ານກັບຫຼາຍປະເທດ, ພິເສດແມ່ນຊຸກຍູ້ການພົວພັນລະຫວ່າງ ລາວ - ຫວຽດນາມ - ກຳປູເຈຍ ຜ່ານກົນໄກພົບປະຂັ້ນສູງລະຫວ່າງ 3 ພັກ. ສິ່ງທັງໝົດເຫຼົ່ານັ້ນໄດ້ຊ່ວຍຍົກສູງບົດບາດ ແລະ ອິດທິພົນຊື່ສຽງຂອງພັກ, ລັດ ຫວຽດນາມ ບົນເວທີພາກພື້ນ ແລະ ສາກົນ.

ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງ ຫວຽດນາມ, ທ່ານເລຂາທິການໃຫຍ່ພັກກອມມູນິດ ອີຢິບ Salah Adly, ຢືນຢັນວ່າ, ການຈາກໄປຂອງທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແມ່ນການສູນເສຍອັນໃຫຍ່ຫຼວງ ບໍ່ພຽງແຕ່ຂອງປະຊາຊົນ ແລະ ປະເທດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຂອງນັກກອມມູນິດ, ບັນດາກຳລັງທີ່ກ້າວໜ້າ ແລະ ຮັກຫອມສັນຕິພາບໃນທົ່ວໂລກອີກດ້ວຍ.

“ພາຍໃຕ້ການຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຫວຽດນາມ ໄດ້ຫັນປ່ຽນຈາກປະເທດອຶດຫິວ, ທຸກຍາກ, ກາຍເປັນພື້ນຖານເສດຖະກິດໃຫຍ່, ພົ້ນເດັ່ນ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍ່ບັນລຸຜົນສຳເລັດໃນການຜັນຂະຫຍາຍນະໂຍບາຍການທູດ “ໄມ້ໄຜ່” ທີ່ຢືດຢຸ່ນ, ຊ່ວຍໃຫ້ ຫວຽດນາມ ສ້າງບັນດາການພົວພັນອັນດີງາມກັບທຸກໆປະເທດໃນໂລກ, ໃນນັ້ນມີບັນດາປະເທດມະຫາອຳນາດ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ, ຫວຽດນາມ ຈະສືບຕໍ່ຜັນຂະຫຍາຍວິໄສທັດພັດທະນາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເພື່ອບັນລຸຜົນງານຍິ່ງອັນໃຫຍ່ກວ່າເກົ່າ”.

ຕອບກັບ

ຂ່າວ/ບົດ​ອື່ນ