ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເຖິງແກ່ມໍລະນະກຳ

(VOVWORLD) -ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດໃຈຈາກພັກ , ລັດ, ໝູ່ຄະນະສາດສະດາຈານ, ແພດໝໍ ແລະ ໄດ້ຮັບການເບິ່ງແຍງຢ່າງສຸດໃຈຈາກຄອບຄົວກໍຕາມ, ແຕ່ຍ້ອນອາຍຸສູງ, ອາການເຈັບໜັກ, ທ່ານເລຂາທິການໃຫຍ່ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 13ໂມງ38 ນາທີຂອງວັນທີ 19 ກໍລະກົດ 2024 

    ຕາມຂ່າວຈາກສະພາວິຊາການຮັກສາສຸຂະພາບພະນັກງານສູນກາງ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ , ພາຍຫຼັງຕິດພະຍາດມາເປັນໄລຍະໜຶ່ງ, ເຖິງວ່າໄດ້ຮັບການປິ່ນປົວຢ່າງສຸດໃຈຈາກພັກ , ລັດ, ໝູ່ຄະນະສາດສະດາຈານ, ແພດໝໍ ແລະ ໄດ້ຮັບການເບິ່ງແຍງຢ່າງສຸດໃຈຈາກຄອບຄົວກໍຕາມ, ແຕ່ຍ້ອນອາຍຸສູງ, ອາການເຈັບໜັກ, ທ່ານເລຂາທິການໃຫຍ່ ໄດ້ເຖິງແກ່ມໍລະນະກຳ ໃນເວລາ 13ໂມງ38 ນາທີຂອງວັນທີ 19 ກໍລະກົດ 2024 ທີ່ໂຮງໝໍສູນກາງກອງທັບ 108 ລວມອາຍຸ 80 ປີ.

    ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ, ສະພາແຫ່ງຊາດແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ປະທານປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຈະອອກແຈ້ງການພິເສດກ່ຽວກັບການຈັດຕັ້ງງານສົບລະດັບຊາດສຳລັບທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ.

ຕອບກັບ

ຂ່າວ/ບົດ​ອື່ນ