ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພ​າບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ

(VOVWORLD) -  ວັນທີ 21 ກໍລະກົດ, ຢູ່ນະຄອນ ໂຮ່ຈີມິນ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ນະຄອນ ໂຮ່ຈີມິນ ໄດ້ຈັດງານພົບປະແລກປ່ຽນລະຫວ່າງອະດີດທະຫານອາສາສະໝັກ, ນັກຊ່ຽວຊານ ຫວຽດນາມ ຊ່ວຍເຫຼືອ ກຳປູເຈຍ ກັບນັກສຶກສາ ກຳປູເຈຍ ແລະ ລາວ ທີ່ພວມຮ່ຳຮຽນຢູ່ນະຄອນ ໂຮ່ຈີມິນ. 
ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພ​າບ ຫວຽດ​ນາມ - ລາວ - ກຳ​ປູ​ເຈຍ - ảnh 1ທ່ານພົນຕີ ລຶວເຟຶອກເລືອງ ແປງປັນຄວາມຮູ້ສຶກໃນງານພົບປະແລກປ່ຽນ (ພາບ: VOV)

ເຂົ້າຮ່ວມງານພົບປະ ມີທ່ານ Chan Sorykan, ຫົວໜ້າສະຖານກົງສູນໃຫຍ່ ກຳປູເຈຍ ແລະ ທ່ານ ພອນສີ ບຸນມີໄຊ, ກົງສູນໃຫຍ່ລາວ ປະຈຳ ນະຄອນ ໂຮ່ຈີມິນ. ທີ່ການພົບປະແລກປ່ຽນ, ບັນດາຜູ້ແທນກໍໄດ້ຢືນກົມຫົວ 1 ນາທີ ເພື່ອອາໄລຫາຊີວິດ, ພາລະກິດ, ແບບຢ່າງອັນສູງສົ່ງຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

              ລາຍການດັ່ງກ່າວໄດ້ຊ່ວຍໃຫ້ນັກສຶກສາ ລາວ ແລະ ກຳປູເຈຍ ມີຄວາມເຂົ້າໃຈຕື່ມອີກກ່ຽວກັບນ້ຳໃຈອັນດີງາມລະຫວ່າງ 3 ປະເທດ, ປະກອບສ່ວນສ້າງນ້ຳໃຈສາມັກຄີ, ການຮ່ວມມືມິດຕະພາບທີ່ເປັນມູນເຊື້ອ ຫວຽດນາມ - ລາວ - ກຳປູເຈຍ. ນາງ ສຸພາພອນ ນັກສຶກສາລາວ ພວມຮຽນຢູ່ມະຫາວິທະຍາໄລແພດສາດ ຟ້າມງອກແທກ, ແບ່ງປັນວ່າ:

        “ນ້ອງຮູ້ສຶກສະເທືອນໃຈຕໍ່ການເສຍສະຫຼະເພື່ອປະຊາຊົນ, ເພື່ອປະເທດຊາດຂອງລຸ້ນພໍ່ລຸ້ນອ້າຍ ເພື່ອຍາດໄດ້ເອກະລາດຄືໃນວັນນີ້, ເພື່ອໃຫ້ພວກນ້ອງມີໂອກາດໄດ້ໄປຮຽນ. ນ້ອງດຳລົງຊີວິດຢູ່ ຫວຽດນາມ ໄດ້ 2 ປີ ແລ້ວ ແລະ ນ້ອງເຫັນວ່າ ຮັກປະຊາຊົນ ຫວຽດນາມ ທີ່ສຸດ, ສະໜິດສະໜົມຫຼາຍ. ໃນການຮ່ຳຮຽນນັ້ນ ຄູອາຈານກໍເບິ່ງແຍງພວກນ້ອງຄືແມ່ຜູ້ທີ 2 ຂອງຕົນ.”

 

ຕອບກັບ

ຂ່າວ/ບົດ​ອື່ນ