ກອງປະຊຸມສະຫລຸບວຽກງານການພົວພັນດ້ານປ້ອງກັນຊາດກັບຕ່າງປະເທດ
ທ່ານພົນເອກ ໂງຊວນລີກ ລັດຖະມົນຕີ
ກະຊວງປ້ອງກັນປະເທດ ຫວຽດນາມ
(ພາບ: qdnd)
(vovworld) – ຕອນເຊົ້າວັນທີ 17/08 ຢູ່ ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຫວຽດນາມ ຈັດຕັ້ງກອງປະຊຸມສະຫລຸບວຽກງານພົວພັນປ້ອງກັນຊາດກັບຕ່າງປະເທດໄລຍະ 2010 – 2015 ແລະ ສະຫລຸບ 2 ປີຜັນຂະຫຍາຍມະຕິ 806 ຂອງຄະນະພັກການທະຫານສູນກາງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນດ້ານປ້ອງກັນຊາດກັບຕ່າງປະເທດຮອດປີ 2020 ແລະ ຊຸມປີຕໍ່ໄປ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນເອກ ໂງຊວນລີກ ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ ແລະ ບັນດາການປະກອບສວ່ນສຳຄັນຂອງວຽກງານພົວພັນດ້ານປ້ອງກັນຊາດກັບຕ່າງປະເທດ ແລະ ພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານລັດຖະມົນຕີຖືວ່າ: ໃນຊຸມປີຈະມາເຖິງ, ພ້ອມກັບແນວໂຮມການຕ່າງປະເທດໃນທົ່ວປະເທດ, ວຽກງານພົວພັນປ້ອງກັນຊາດກັບຕ່າງປະເທດຈະກ້າວເຂົ້າສູ່ໄລຍະໃໝ່ ດ້ວຍຄວາມສະດວກ ແລະ ສິ່ງທ້າທາຍຫລາຍຢ່າງ. ທ່ານລັດຖະມົນຕີສະເໜີວ່າ: ຄວນສືບຕໍ່ຊາບຊຶມຢ່າງເລິກເຊິ່ງ ແລະ ຜັນຂະຫຍາຍຢ່າງມີປະສິດທິຜົນມະຕິຂອງຄະນະພັກການທະຫານສູນກາງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນ ແລະ ການພົວພັນປ້ອງກັນຊາດກັບຕ່າງປະເທດ. ຍູ້ແຮງວຽກງານຄົ້ນຄວ້າ ແລະ ຄາດຄະເນຍຸດທະສາດດີກ່ວາອີກ, ທັງມີລັກສະນະສັງລວມ ທັງມີລັກສະນະລວງເລິກ.