ກອງປະຊຸມສະໄຫມສາມັນເທື່ອທີ7ສະພາແຫ່ງຊາດຫວຽດນາມຊຸດທີ13ໄຂຂຶ້ນໃນຕອນເຊົ້າວັນທີ20/5
ພາບປະກອບ:internet
|
(vovworld)-ຄາດວ່າກອງປະຊຸມດັ່ງກ່າວຈະດຳເນີນໄປແຕ່ວັນທີ 20/5-24/6 ແລະ ຈະປຶກສາຫາລືຫລາຍເນື້ອໃນສຳຄັນ. ເປັນຫນ້າສົນໃຈ, ສະພາແຫ່ງຊາດຈະສະຫງວນເວລາເພື່ອຮັບຟັງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບີງມີງ ລາຍງານກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ເລື່ອງຈີນນຳຮ້ານເຈາະນ້ຳມັນເຂົ້າເຄື່ອນໄຫວຢູ່ເຂດໄຫລ່ທະວີບ, ເຂດເສດຖະກິດຈຳເພາະຂອງຫວຽດນາມ, ແຜນນະໂຍບາຍ, ມາດຕະການຂອງຫວຽດນາມ. ເມື່ອເຕື້ອງເຖິງເນື້ອໃນນີ້ທີ່ການປະຊຸມຂ່າວປະກາດແຜນການຂອງກອງປະຊຸມສະໄຫມສາມັນເທື່ອທີ 7 ສະພາແຫ່ງຊາດຫວຽດນາມ ຊຸດທີ 13 ໃນຕອນບ່າຍວັນທີ 19/5 ຢູ່ ຮ່າໂນ້ຍ, ທ່ານ ຫງວຽນແຫ້ງຟຸກ, ຫົວຫນ້າຫ້ອງວ່າການສະພາແຫ່ງຊາດໃຫ້ຮູ້ວ່າ:
“ສະພາແຫ່ງຊາດຈະຮັບຟັງລັດຖະບານ ລາຍງານກ່ຽວກັບສະພາບການຢູ່ທະເລຕາເວັນອອກ ແລະ ຫລັງຈາກນັ້ນ ຈະປຶກສາຫາລືເຮັດແຈ້ງບັນດາບັນຫາ. ສະພາແຫ່ງຊາດຈະມີແຜນນະໂຍບາຍແກ້ໄຂການພິພາດຢູ່ທະເລຕາເວັນອອກໂດຍສັນຕິວິທີ ບົນພື້ນຖານກົດໝາຍສາກົນ.”