ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກຢູ່ອົດສະຕາລີ
ກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກດ້ວຍຫົວຂ້ໍ
“ປະຊາຄົມສາກົນ ແລະ ດຸ່ນດຽງຍຸດທະສາດຢູ່ທະເລຕາເວັນອອກ”
(ພາບ: vietnam+)
(vovworld) – ຕອນບ່າຍວັນທີ 01/12 ຢູ່ນະຄອນຫລວງ Canberra ສະຖານທູດ ຍີ່ປຸ່ນ ປະຈຳ Canberra ສົມທົບກັບສະຖາບັນຄົ້ນຄວ້ານະໂຍບາຍຍຸດທະສາດ ອົດສະຕາລີ (ASPI) ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບທະເລຕາເວັນອອກດ້ວຍຫົວຂ້ໍ “ປະຊາຄົມສາກົນ ແລະ ດຸ່ນດຽງຍຸດທະສາດຢູ່ທະເລຕາເວັນອອກ”. ກອງປະຊຸມສຳມະນາດຶງດູດເກືອບ 60 ຄົນເຂົ້າຮ່ວມ, ໃນນັ້ນມີບັນດານັກບັນລະຍາຍແມ່ນບັນດານັກຊ່ຽວຊານແຖວໜ້າກ່ຽວກັບອາຊີຕາເວັນອອກ ແລະ ທະເລຕາເວັນອອກ.
ທີ່ກອງປະຊຸມສຳມະນາ, ບັນດານັກປະຖະນະຖາ ເຫັນດີຖືວ່າ ທະເລຕາເວັນອອກ ພວມປະເຊີນໜ້າກັບການແກ່ງແຍ້ງຍຸດທະສາດນັບມື້ນັບເລິກເຊິ່ງ ຊຶ່ງກ່ຽວຂ້ອງເຖິງບັນດາປະເທດທວງເອົາອະທິປະໄຕ ແລະ ບັນດາປະເທດມະຫາອຳນາດມີຜົນປະໂຫຍດຢູ່ໃນພາກພື້ນ. ສິ່ງທ້າທາຍສຳລັບປະຊາຄົມສາກົນໃນປະຈຸບັນ ແມ່ນຕ້ອງເຮັດແນວໃດ ເພື່ອຄວບຄຸມການກະທຳຂອງ ຈີນ, ໃນຂະນະທີ່ບັນດາປະເທດມະຫາອຳນາດອື່ນໆ ຂາດຄວາມສາມາດ ຫລື ບໍ່ຢາກເຂົ້າຮ່ວມບັນດາການແກ່ງແຍ້ງນີ້ ໂດຍກົງ.