(vovworld) – “ພັດທະນາການພົວພັນຄູ່ຮ່ວມມືດຳເນີນທຸລະກິດ ” ແມ່ນຫົວຂໍ້ຂອງກອງປະຊຸມສຳມະນາ ໂດຍສະຖານທູດ ອີຕາລີ ປະຈຳຫວຽດນາມ ສົມທົບກັບກະຊວງແຜນການ ແລະ ການລົງທຶນຫວຽດນາມ ຈັດຕັ້ງຂຶ້ນເມື່ອວັນທີ 24/5, ຢູ່ນະຄອນ ໂຮ່ຈີມິນ. ກອງປະຊຸມສຳມະນານອນໃນຂອບເຂດໂຄງການພັດທະນາ ກຸ່ມອຸດສາຫະກຳຂະໜາດກາງ ແລະ ນ້ອຍ ໂດຍລັດຖະບານ ອີຕາລີ ອຸປະຖຳໃຫ້ແກ່ບັນດາ ວິສາຫະກິດຂະໜາດກາງ ແລະ ນ້ອຍຫວຽດນາມ ດ້ວຍຈຳນວນເງິນ 3 ລ້ານ euro. ໂຄງການໄດ້ເລືອກ 3 ຂົງເຂດຄື: ຕຳແຜ່ນຕັດຫຍິບ, ເກີບໜັງ ແລະ ເຄື່ອງເຟີນີເຈີ ແລະ ກຸ່ມອຸດສາຫະກຳ 4 ແຫ່ງ ຢູ່ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ, ດົ່ງນາຍ ແລະ ບິນເຢືອງ ເພື່ອໜູນຊ່ວຍໃນໄລຍະ 3 ປີ. ພາຍຫຼັງ 3 ປີແຫ່ງການປະຕິບັດໂຄງການ, ໄດ້ຍົກສູງກຳລັງການຜະລິດ, ດຳເນີນທຸລະກິດໃຫ້ແກ່ບັນດາວິສາຫະກິດຂອງຫວຽດນາມ, ພ້ອມທັງສ້າງການຮ່ວມມື, ເຊື່ອມຕໍ່ລະຫວ່າງວິສາຫະກິດຫວຽດນາມ ແລະ ອີຕາລີ. ເອກອັກຄະລັດຖະທູດ ອີຕາລີ ປະຈຳຫວຽດນາມ ທ່ານ Lorozo Angheloni ເວົ້າວ່າ:
“ຜ່ານ 3 ປີແຫ່ງການປະຕິບັດ, ໂຄງການໃກ້ຈະສຳເລັດ, ພວກເຮົາບັນລຸໄດ້ບັນດາຈຸດໝາຍທີ່ໂຄງການໄດ້ວາງອອກ. ພິເສດແມ່ນການເຊື່ອມຕໍ່, ການຮ່ວມມືລະຫວ່າງວິສາຫະກິດຫວຽດນາມ ແລະ ອີຕາລີ. ໂດຍອີງໃສ່ໂຄງການນີ້, ວິສາຫະກິດຫຼາຍແຫ່ງຂອງ ອີຕາລີ ມີກາລະໂອກາດຫຼາຍຢ່າງ ເພື່ອຊອກຮູ້, ຮ່ວມມື ແລະ ລົງທຶນເຂົ້າຫວຽດນາມ. ນີ້ແມ່ນບາດກ້າວເລີ່ມຕົ້ນໃຫ້ແກ່ເສັ້ນທາງອັນຍາວນານຂອງການຮ່ວມມືນີ້. ການຮ່ວມມື, ເຊື່ອມຕໍ່, ບົນພື້ນຖານເຄົາລົບນັບຖືເຊິ່ງກັນ ແລະ ກັນ ແລະ ສະເໝີພາບໃນສິດຜົນປະໂຫຍດ. ບັນດາວິສາຫະກິດຫວຽດນາມ ແລະ ອີຕາລີ ແບ່ງປັນບົດຮຽນ ແລະ ເພີ່ມເຕີມໃຫ້ກັນເພື່ອພ້ອມກັບພັດທະນາ”