ກອງປະຊຸມສຳມະນາສາກົນກ່ຽວກັບກະຈາຍສຽງຄົມມະນາຄົມ
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
|
(vovworld)- ກອງປະຊຸມສຳມະນາສາກົນກ່ຽວກັບກະຈາຍສຽງຄົມມະນາຄົມ ໂດຍວິທະຍຸກະຈາຍສຽງຫວຽດນາມ ສົມທົບກັບກະຊວງຖະແຫລງຂ່າວ - ສື່ສານ ແລະ ອະນຸກຳມະການຖະແຫລງຂ່າວ ອາຊຽນ (COCI) ສົມທົບກັນຈັດຕັ້ງຂຶ້ນໃນຕອນເຊົ້າວັນທີ 21/3 ຢູ່ ຮ່າໂນ້ຍ ໂດຍມີການເຂົ້າຮ່ວມຂອງຜູ້ຕາງຫນ້າບັນດາປະເທດສະມາຊິກອາຊຽນ ແລະ ຈີນ. ກອງປະຊຸມສຳມະນາ ແມ່ນເວທີປາໄສເພື່ອໃຫ້ບັນດາຜູ້ເຮັດວຽກງານກະຈາຍສຽງຄົມມະນາຄົມແບ່ງປັນບົດຮຽນ ແລະ ແລກປ່ຽນແນວຄວາມຄິດໃຫມ່ ເພື່ອຍົກສູງປະສິດທິຜົນກະຈາຍສຽງຄົມມະນາຄົມ, ປະກອບສ່ວນຍົກສູງຄວາມເຂົ້າໃຈລະຫວ່າງຈີນ ແລະ ບັນດາປະເທດສະມາຊິກ ອາຊຽນ ກ່ຽວກັບກະຈາຍສຽງຄົມມະນາຄົມ, ການສ້າງວັດທະນະທຳຄົມມະນາຄົມ. ທ່ານ ຫວູຫາຍ, ຮອງຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງຫວຽດນາມ ຊີ້ແຈ້ງວ່າ:
“ພວກຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມສຳມະນາຈະແມ່ນເວທີປາໄສທີ່ມີປະໂຫຍດໃຫ້ແກ່ບັນດານັກຂ່າວ, ບັນນາທິການໃນພາກພື້ນ ອາຊຽນ ແລະ ຈີນ ແບ່ງປັນບົດຮຽນກ່ຽວກັບກະຈາຍສຽງຄົມມະນາຄົມ, ປະກອບສ່ວນໂຄສະນາກ່ຽວກັບຄົມມະນາຄົມເຖິງປະຊາຊົນເປັນຈຳນວນຫລວງຫລາຍ ພິເສດ ເມື່ອອາຊຽນ ກາຍເປັນປະຊາຄົມດຽວ.”
ໃນ 2 ມື້ດຳເນີນກອງປະຊຸມສຳມະນາ (21-22/3), ບັນດາຜູ້ແທນ ອາຊຽນ ແລະ ຈີນ ຈະສະເຫນີບົດປະກອບຄຳເຫັນກ່ຽວກັບສະພາບຄົມມະນາຄົມ, ກະຈາຍສຽງຄົມມະນາຄົມຢູ່ແຕ່ລະປະເທດ ແລະ ວິທີແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດເພື່ອສ້າງບັນດາລາຍການກະຈາຍສຽງຄົມມະນາຄົມດູດດື່ມ ແລະ ມີປະໂຫຍດຕໍ່ມະຫາຊົນ.