(vovworld) - ໃນລະຫວ່າງວັນທີ 10 – 14/12, ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ພ້ອມກັບສະຖານທູດຝລັ່ງ ແລະ ອົດສຕາລີ ປະຈຳຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສຳມະນາສາກົນອະນຸລັກຮັກສາກະສິກຳອາຊີຕາເວັນອອກສ່ຽງໃຕ້ ຄັ້ງທີ 3 ດ້ວຍຫົວຂໍ້ວ່າ “ອະນຸລັກຮັກສາກະສິກຳກັບການຫາລຽງຊີບທີ່ໝັ້ນຄົງຢູ່ເຂດພູດອຍ: ບັນດາຂໍ້ລິເລີ່ມເພື່ອຊາວກະສິກອນ, ໂດຍຊາວກະສິກອນ ແລະ ຂອງຊາວກະສິກອນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດທົ່ວໂລກ”. ມີຜູ້ຊ່ຽວຊານ 100 ທ່ານ ຂຶ້ນກັບຂົງເຂດກະສິກຳ ແລະ ອະນຸລັກທັງພາຍໃນ ແລະ ຕ່າງປະເທດ ໄດ້ປຶກສາຫາລືມາດຕະການຕ່າງໆເພື່ອມຸ້ງໄປເຖິງເປົ້າໝາຍຊຸກຍູ້ບັນດາຂໍ້ລິເລີ່ມອະນຸລັກຮັກສາກະສິກຳພາຍໃນພາກພື້ນ. ບັນດາເນື້ອໃນໄດ້ປຶກສາຫາລືກ່ຽວກັບສິ່ງທ້າທາຍທີ່ມີຕໍ່ກະສິກຳໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້. ບັນດາຜົນກະທົບຂອງການຜະລິດກະສິກຳທີ່ເປັນມູນເຊື້ອຕໍ່ກັບລັກສະນະໝັ້ນຄົງຂອງຊີວະນາໆພັນ. ບັນດາຜູ້ຊ່ຽວຊານກໍຈະຕີລາຄາຄວາມໝາຍເສດຖະກິດສັງຄົມຂອງການເລືອກເຟັ້ນອະນຸລັກຮັກສາກະສິກຳ, ເງື່ອນໄຂ, ກາລະໂອກາດ ແລະ ສິ່ງທ້າທາຍທີ່ມີຕໍ່ການພັດທະນາການອະນຸລັກຮັກສາກະສິກຳ ແລະ ບັນດາແງ່ຫວັງອະນຸລັກຮັກສາກະສິກຳຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້.