ກອງປະຊຸມສຳມະນາແຫ່ງຊາດ “70 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ
ວັນຊາດ 2/9 ກັບພາລະກິດປ່ຽນໃໝ່, ເຊື່ອມໂຍງ ແລະ ພັດທະນາ”
(ພາບ: internet)
(vovworld) – ກອງປະຊຸມສຳມະນາແຫ່ງຊາດ “70 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດ 2/9 ກັບພາລະກິດປ່ຽນໃໝ່, ເຊື່ອມໂຍງ ແລະ ພັດທະນາ” ດຳເນີນໃນຕອນເຊົ້າວັນທີ 24/8 ຢູ່ ຮ່າໂນ້ຍ, ໂດຍສະພາມະຫາບັນດີບວິທະຍາສາດສັງຄົມ ຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງ ແລະ ຄະນະພັກນະຄອນ ຮ່າໂນ້ຍ ຈັດຕັ້ງ. ບັນດາຜູ້ແທນພ້ອມກັນແລກປ່ຽນ ແລະ ແບ່ງປັນໝາກຜົນແຫ່ງການຄົ້ນຄວ້າຕ່າງໆກ່ຽວກັບຄວາມໝາຍປະຫວັດສາດຂອງການປະຕິວັດເດືອນ ສິງຫາ ປີ 1945, ສະຖາປະນາປະເທດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ສຳລັບພາລະກິດປ່ຽນໃໝ່, ເຊື່ອມໂຍງ ແລະ ພັດທະນາຂອງ ຫວຽດນາມ ໃນ 70 ປີຜ່ານມາ. ກອງປະຊຸມສຳມະນາໄດ້ ຢືນຢັນ ບັນດາຜົນງານທີ່ໃຫຍ່ຫລວງຂອງປະຊາຊົນ ຫວຽດນາມ ບັນລຸໄດ້ໃນ 70 ປີຜ່ານມາ, ພິເສດແມ່ນເກືອບ 30 ປີປ່ຽນໃໝ່ຮອບດ້ານ, ສ້າງສາ ແລະ ປົກປັກຮັກສາປະເທດຊາດ.