ກອງປະຊຸມສຳມະນາ ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກທຳມະຊາດໂລກອ່າວ ຮ້າລອງ
(ອ່າວ ຮ້າລອງ)
(vovworld) – ກອງປະຊຸມສຳມະນາ “ອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກທຳມະຊາດໂລກອ່າວ ຮ້າລອງ ຢ່າງໝັ້ນຄົງ” ໄດ້ດຳເນີນໃນວັນທີ 01/11 ຢູ່ນະຄອນຮ້າລອງ, ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງວັນອ່າວຮ້າລອງ ໄດ້ຮັບການຮັບຮອງຈາກ UNESCO ແມ່ນມໍລະດົກທຳມະຊາດໂລກ (17/12/1994 – 17/12/2014). ກອງປະຊຸມສຳມະນາໄດ້ສຸມໃສ່ແລກປ່ຽນບົດຮຽນ, ຍົກອອກບັດດາມາດຕະການແກ້ໄຂ ເພື່ອແນໃສ່ຍົກສູງປະສິດທິຜົນວຽກງານອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າມໍລະດົກທຳມະຊາດໂລກຢູ່ຫວຽດນາມ ເວົ້າລວມ ແລະ ມໍລະດົກທຳມະຊາດໂລກອ່າວ ຮ້າລອງ ເວົ້າສະເພາະ ເທື່ອລະກ້າວ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານນາງ ວູທິທູທຸຍ, ຮອງປະທານຄະນະກຳມະການປະຊາຊົນແຂວງກວາງນິງ ໃຫ້ຮູ້ວ່າ, ພາຍຫຼັງ 20 ປີແຫ່ງວັນອ່າວຮ້າລອງໄດ້ຮັບຮູ້ແມ່ນມໍລະດົກທຳມະຊາດໂລກ, ບັນດາຍຸດທະສາດ, ໂຄງການ, ແຜນການກ່ຽວກັບການອະນຸລັກຮັກສາ, ເສີມຂະຫຍາຍຄຸນຄ່າໄດ້ ແລະ ພວມຜັນຂະຫຍາຍຢ່າງຕັ້ງໜ້າ. ບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງຂອງອ່າວຮ້າລອງ ໄດ້ຮັບການເສີມຂະຫຍາຍ, ນຳມາເຊິ່ງບັນດາການປ່ຽນແປງຢ່າງຕັ້ງໜ້າໃນການພັດທະນາຂະແໜງທ່ອງທ່ຽວ, ຊຸກຍູ້ການເຕີບໂຕດ້ານເສດຖະກິດຂອງທ້ອງຖິ່ນ.