ກອງປະຊຸມເຈລະຈາແລະຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຫຼານກາງຄັ້ງທີ1

ກອງປະຊຸມເຈລະຈາແລະຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຫຼານກາງຄັ້ງທີ1 - ảnh 1
ກອງ​ປະ​ຊຸມ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ
(ພາບ​ປະ​ກອບ)

(vovworld) – ວັນ​ທີ 6/4, ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສ​ູງເຈ​ລະ​ຈາ ແລະ ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳ ຫຼານ​ກາງ ຄັ້ງ​ທີ 1 ໄດ້​ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ ປັກ​ກິ່ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ເຈົ້າ​ໜ້າ​ທີ່​ການ​ທູດ​ຂັ້ນ​ສູງ​ທີ່​ມາ​ຈາກ ຈີນ, ໄທ, ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ. ດ້ວຍ​ຫົວ​ຂໍ້​ວ່າ “6 ປະ​ເທດ - ປະ​ຊາ​ຄົມ​ໜຶ່ງ​ຮ່ວມ​ຊາ​ຕາ​ກຳ: ​ສ້າງ​ກົນ​ໄກ​ເຈ​ລະ​ຈາ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳ ຫຼານ​ກາງ, ຊຸກ​ຍູ້​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ອະ​ນຸ​ພາກ​ພື້ນ​”, ກອງ​ປະ​ຊຸມ​ຄັ້ງ​ທີ​ໜຶ່ງ​ປຶກ​ສາ​ຫາ​ລື​ເລື່ອງ​ສ​້າງ​ຕັ້ງ​ກົນ​ໄກ​​ເຈ​ລະ​ຈາ ແລ​ະ ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳ ຫຼານ​ກາງ, ໃນ​ນັ້ນ​ມີ​ຈຸດ​ໝາຍ, ທິດ​ທາງ ແລະ ບັນ​ດາ​ຂົ​ງ​ເຂດ​ບຸ​ລິ​ມະ​ສິດ. ກອງ​ປະ​ຊຸມ​ຈະ​ເປີດ​ວິ​ວັດ​ການ​​ເຈ​ລະ​ຈາ​ຮ່ວມ​ມື​ແມ່​ນ້ຳ​ຂອງ - ແມ່​ນ້ຳ ຫຼານ​ກາງ, ດັ່ງ​ນັ້ນ 6 ປະ​ເທດ​ຄວນ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ດ້ານ​ພຸມ​ສາດ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຄວາມ​ໝັ້ນ​ຄົງ​ດ້ານ​ການ​ເມືອງ, ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຖຽນ​ລະ​ພາບ​ເຂດ​ອະ​ນຸ​ພາກ​ພື້ນ, ເຮັດ​ໃຫ້​ຫົວ​ຂໍ້​ຂອງ​ການ​ພັດ​ທະ​ນາ​ພົ້ນ​ເດັ່ນ, ກ້າວ​ເຂົ້າ​ສູ່​ການ​ຮ່ວມ​ມື​ແທດ​ຈິງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ແລກ​ປ່ຽນ, ເຊື່ອມ​ຕໍ່, ສ້າງ​ປະ​ຊາ​ຄົມ​ຮ່ວມ​ຢູ່​ພາກ​ພື້ນ.

        ແມ່​ນ້ຳ​ຂອງ - ແມ່​ນ້ຳ ຫຼານ​ກາງ ໄຫຼ່​ຜ່ານ 6 ປະ​ເທດ​ເຊິ່ງ​ລວມ​ມີ: ຈີນ, ໄທ, ກຳ​ປູ​ເຈຍ, ລາວ, ມຽນ​ມາ ແລະ ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ