(vovworld) - ໃນລະຫວ່າງວັນທີ 10 ແລະ 11/11/2014, ຢູ່ Naypitaw, ປະເທດ ມຽນມາ, ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງວີງ, ນຳໜ້າເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສ ອາຊຽນ (SOM) ແລະ ກອງປະຊຸມກຸ່ມປະຕິບັດງານສະພາປະສານງານ ອາຊຽນ (ACCWG).
ທີ່ກອງປະຊຸມກະກຽມຄັ້ງຕ່າງໆ, ບັນດາປະເທດ ອາຊຽນ ໄດ້ປະຕິບັດສຳເລັດວຽກງານກະກຽມກ່ຽວກັບລາຍການ, ເນື້ອໃນ ແລະ ເອກະສານໃຫ້ແກ່ກອງປະຊຸມຕ່າງໆໂດຍພື້ນຖານ. ເນື້ອໃນຕົ້ນຕໍຂອງບັນດາກອງປະຊຸມສຸດຍອດໄດ້ສຸມໃສ່ເຂົ້າໃນການສ້າງປະຊາຄົມ ອາຊຽນ ໃນປີ 2015 ແລະ ການກຳນົດທິດຂອງ ອາຊຽນ ຫຼັງປີ 2015, ເພີ່ມທະວີການພົວພັນຕ່າງປະເທດ ແລະ ບົດບາດໃຈກາງຂອງ ອາຊຽນ, ແລກປ່ຽນກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນມີການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມສະຫງົບ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະ ການບິນຢູ່ທະເລຕາເວັນອອກ.
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 25 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງໄດ້ດຳເນີນໄປໃນວັນທີ 12 – 13/11/2014. ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມບັນດາເຫດການສຳຄັນນີ້.