ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ
(ພາບ: ຊວນຕ໋ວຽນ)
(vovworld) – ວັນທີ 01/06, ຢູ່ກົວລາລຳເປີ, ມາເລເຊຍ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ເລີ່ມຕົ້ນເຂົ້າຮ່ວມບັນດາການເຄື່ອນໄຫວຢູ່ກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ (WEF ASEAN) ຄັ້ງທີ 25. ທີ່ວາລະໄຂກອງປະຊຸມຄົບຄະນະດ້ວຍຫົວຂໍ້ວ່າ “ສ້າງແຜນການດຳເນີນງານ ອາຊຽນ ເພື່ອການເຕີບໂຕ ແລະ ກວມລວມ”, ການນຳບັນດາປະເທດ ອາຊຽນ ໄດ້ຍົກສູງບົດບາດ, ຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຂອງປະຊາຄົມ ອາຊຽນ; ຕີລາຄາ ອາຊຽນ ແມ່ນໜຶ່ງໃນບັນດາຮູບແບບເຊື່ອມໂຍງຂອງພາກພື້ນ ທີ່ປະສົບຜົນສຳເລັດຢູ່ໃນໂລກ; ເນັ້ນໜັກເຖິງການພັດທະນາແບບຍືນຍົງ ແລະ ກວມລວມ ແມ່ນຈຸດໝາຍໜຶ່ງຂອງປະຊາຄົມ ອາຊຽນ ກໍ່ຄືຂອງແຕ່ລະປະເທດສະມາຊິກ. ກ່າວຄຳເຫັນທີ່ວາລະໄຂ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຈິ້ງດີງຢຸງ ເນັ້ນໜັກວ່າ: ໂດຍເປັນສະມາຊິກໃນ ອາຊຽນ, ຫວຽດນາມ ແບ່ງປັນບັນດາກາລະໂອກາດ ແລະ ສິ່ງທ້າທາຍລວມຂອງບັນດາປະເທດ ອາຊຽນ; ຢືນຢັນການພັດທະນາແບບຍືນຍົງ ແລະ ກວມລວມ ແມ່ນຈຸດໝາຍທີ່ລະບຸໄວ້ໃນບັນດາຍຸດທະສາດ, ແຜນການພັດທະນາຂອງ ຫວຽດນາມ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ: ໃນໄລຍະຈະມາເຖິງ, ຫວຽດນາມ ສືບຕໍ່ຍູ້ແຮງການປ່ຽນໃໝ່ຮອບດ້ານ, ສ້າງໂຄງປະກອບເສດຖະກິດຄືນໃໝ່ ແລະ ຫັນປ່ຽນຮູບແບບການເຕີບໂຕຕາມທິດໝັ້ນຄົງ ທັງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ. ເພື່ອບັນລຸໄດ້ຈຸດໝາຍດັ່ງກ່າວ ຫວຽດນາມ ຍືດໝັ້ນມານະພະຍາຍາມປັບປຸງລະບອບເສດຖະກິດການຕະຫລາດ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດ; ຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ ໂດຍຜ່ານການປ່ຽນໃໝ່ການສຶກສາ - ກໍ່ສ້າງຢ່າງຮອບດ້ານ; ໃຫ້ບຸລິມະສິດແກ່ການພັດທະນາພື້ນຖານໂຄງລ່າງ, ໂດຍສະເພາະແມ່ນການເຊື່ອມຕໍ່ໂຄງລ່າງຄົມມະນາຄົມ; ຫັນກະສິກຳ ແລະ ການພັດທະນາຊົນນະບົດເປັນທັນສະໄໝ…ທ່ານຮອງນາຍົກລັດຖະມົນຕີກໍ່ຢືນຢັນວ່າ ຫວຽດນາມ ຈະສຶບຕໍ່ເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງກ້ວາງຂວາງ, ເພີ່ມທະວີຄວາມສາມັກຄີ ແລະ ປະກອບສ່ວນ ເຂົ້າໃນການກໍ່ສ້າງປະຊາຄົມ ອາຊຽນ ດ້ວຍຄວາມຮັບຜິດຊອບ.
ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມ,ທ່ານຈິ້ງດີງຢຸງໄດ້ພົບປະເຈລະຈາກັບທ່ານນາຍົກລັດຖະ ມົນຕີ ມາເລເຊຍ Najib Tun Razak; ຕ້ອນຮັບທ່ານ Philipp Roesler ຜູ້ອຳນວຍການຝ່າຍບໍລິຫານ WEF ແລະ ທ່ານ Stephen Groff ຮອງປະທານທະນາຄານອາຊີ (ADB)