ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີເນັດສະຫລຸບ10ປີແຫ່ງການປະສານງານພັດທະນາບັນດາເຂດເສດຖະກິດຈຸດສຸມ

ກອງປະຊຸມໂດຍກົງຜ່ານເຄືອຂ່າຍອີນເຕີເນັດສະຫລຸບ10ປີແຫ່ງການປະສານງານພັດທະນາບັນດາເຂດເສດຖະກິດຈຸດສຸມ - ảnh 1
ກອງ​ປະ​ຊຸມ​​ໂດຍ​ກົງຜ່ານ​ເຄືອ​ຂ່າຍ​ອີນ​ເຕີ​ເນັດ​ສະ​ຫລຸບ10ປີ​ແຫ່ງ​ການປະ​ສານ​ງານ​
ພັດ​ທະ​ນາ​ບັນ​ດາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ
(ພາບ: VGP/Thành Chung)

(vovworld) –  ​ຕອນ​ເຊົ້າ​ວັນ​ທີ 6/12, ທີ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮ່​ວາງ​ຈູງ​ຫາຍ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ການ​ປະ​ສານ​ງານ​ບັນ​ດາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ແຫ່ງ​ຊາດ, ເປັນ​ປະ​ທານກອງ​ປະ​ຊຸມ​ສະ​ຫລຸບ 10 ປີ​​ແຫ່ງ​ການປະ​ສານ​ງານ​ພັດ​ທະ​ນາ​ບັນ​ດາ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ ແລະ ສະ​ເໜີ​ຮູບ​ແບບ, ລະ​ບຽບ​ການ​ໄລ​ຍະ​ຈະ​ມາ​ເຖິງ. ກອງ​ປະ​ຊຸມ​ໃຫ້​ຮູ້​ວ່າ: ພາຍຫຼັງ 10 ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຂໍ້​ຕ​ົກ​ລົງ​ເລກ​ທີ 20 ປີ 2004 ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຮູບ​ແບບ​​ການປະ​ສານ​ງານ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ບັນ​ລຸ​ໄດ້​ຫຼາຍໝາກ​ຜ​ົນ​ທີ່​ຕັ້ງ​ໜ້າ. ລະ​ດັບ​ເຕີບ​ໂຕ GDP ສະ​ເລ່ຍ​ 10 ປີ​ຂອງ​ທ​ຸກ​ໆ​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ແມ່ນ 8,8%, ສູງ​ກ່​ວາ​ລະ​ດັບ​ສະ​ເລ່ຍ​ຂອງ​ທົ່ວ​ປະ​ເທດ. ກອງ​ປະ​ຊຸມ​ໄດ້​ສະ​ເໜີຫຼາຍ​ຄຳ​ເຫັນ​ເພື່ອ​ແນ​ໃສ່​ສ້າງ​ສຳ​ເລັດ​ຮູບ​ແບບ​​ຂອງ​ການປະ​ສານ​ງານ​ໃຫ້​ໄລ​ຍະ​ຈະ​ມາ​ເຖິງ. ທ່ານ ເລ​ຢູ້ງ, ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ ກາ​ເມົາ, ສະ​ເໜີ​ວ່າ:

        “ຂ້າ​ພະ​ເຈົ້າ​ສະ​ເໜີ​​ໃຫ້ບັນ​ດາ​ກະ​ຊວງ, ຂະ​ແໜງ​ກາ​ນ​ສູນ​ກາງ​ເປັນ​ເສ​ນາ​ທິ​ການ​ໃຫ້​ລັດ​ຖະ​ບານກໍ່​ສ້າງ​ບັນ​ດາ​ກົນ​ໄກ​ນະ​ໂຍບ​າຍ​ທີ່​​ມີ​ລັກ​ສະ​ນະ​ພິ​ເສດ​ສະ​ເພາະ​ໃຫ້​ແກ່​ເຂດ​ເສດ​ຖະ​ກິດ​ຈຸດ​ສຸມ​ເພື່ອ​ໃຫ້​ບັນ​ດາ​ແຂວງ​ມີ​ເງື່ອນ​ໄຂ​ຂຸດ​ຄົ້ນ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ເປັນ​ຢ່າງ​ດີ. ”

       


ຂ່າວ/ບົດ​ອື່ນ