ກອງປະຊຸມໃຫ່ຍສະມາຄົມຕິດຕໍ່ພົວພັນ ກັບຊາວຫວຽດນາມຢູ່ຕ່າງປະເທດ ຄັ້ງທີ 3

ກອງປະຊຸມໃຫ່ຍສະມາຄົມຕິດຕໍ່ພົວພັນ ກັບຊາວຫວຽດນາມຢູ່ຕ່າງປະເທດ ຄັ້ງທີ 3 - ảnh 1

ທ່ານຫງວຽນ​ຊວນ​ຟຸກ ທີ່​ກອງ​ປະຊຸມ​ໃຫ່ຍ

(ພາບ: vietnamplus.vn)

(vovworld)- ​​ວັນ​ທີ 17/3, ຢູ່​ຮ່າ​ໂນ້ຍ, ສະ​ມາ​ຄົມ​ຕິດ​ຕໍ່​ພົວພັນ​ກັບ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ ​ໄດ້​ດຳ​ເນີນ​ກອງ​ປະຊຸ​ມ​ໃຫ່ຍຄັ້ງທີ 3 ອາຍຸ​ການ 5 ປີ (2012-2017). ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫ່ຍ, ທ່ານ​ຮອງນາຍົກລັດຖະມົນຕີຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ທີ່ສະ​ມາ​ຄົມ​ຕິດ​ຕໍ່​ພົວພັນ​ກັບ​ຊາວ​ຫວຽດນາມ ​ຢູ່​ຕ່າງປະ​ເທດບັນລຸ​ໄດ້​ໃນ​ອາຍຸ​ການ​ຜ່ານ​ມາ, ຖື​ວ່າ ນີ້​ແມ່ນ​ພື້ນຖານ​ເພື່ອ​ໃຫ້ສະມາຄົມ​ສືບ​ຕໍ່​ມີ​ບັນດາ​ບາດກ້າວ​ພັດທະນາ​ໃນ​ໄລຍະ​ຈະ​ມາ​ເຖິງ, ປະກອບສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ, ​ແມ່ນ​ຂົວ​ຕໍ່​ສຳຄັນ​​ຂອງຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ທ່ານ​ຮອງ​ນາຍົກລັດຖະມົນຕີຍັງ​ຢືນຢັນ​ວ່າ: ​​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ທີ່​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ​ຊາດ​ຫວຽດນາມ ​ໄດ້. ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະມາຄົມ​ຕ້ອງຂະ​ຫຍາ​ຍ​ບົດບາດ​ຂອງ​ຕົນຢ່າງ​ແຮງກ່ວາ​ອີກ ​ເພື່ອ​ແນ​ໃສ່​ຊຸກຍູ້​ພາລະກິດ​ມະ​ຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ລະຫວ່າງ​ປະຊາຊົນ​ພາຍ​ໃນ​ປະ​ເທດ​ເກືອບ 90 ລ້ານ​ຄົນ ​ແລະ ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເກືອບ 5 ລ້ານ​ຄົນ, ຮ່ວມ​​ແຮງຮ່ວມ​ໃຈສ້າງສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ພັດທະນາ.

   ກອງ​ປະຊຸມ​ໃຫ່ຍ​ໄດ້​ເລືອກ​ຕັ້ງຄະນະ​ບໍລິຫານ​ງານ​ສະມາຄົມ​ອາຍຸ​ການ​ທີ 3 (2012-2017). ທ່ານ​ຫງວຽນ​ຟູ​ບິ່ງ ອະດີດ​ຮອງລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ອາຍຸ​ການ​ທີ 3.

ຂ່າວ/ບົດ​ອື່ນ