ກອງປະຊຸມໃຫຍ່ໄວໜຸ່ມທີ່ເກັ່ງກ້າສາມາດຫວຽດນາມຄັ້ງທີ2ປີ 2015
(ກອງປະຊຸມໃຫຍ່ໄວໜຸ່ມທີ່ເກັ່ງກ້າສາມາດຫວຽດນາມຄັ້ງທີ2ປີ 2015)
(vovworld) - ກອງປະຊຸມໃຫຍ່ໄວໜຸ່ມທີ່ເກັ່ງກ້າສາມາດຫວຽດ ນາມຄັ້ງທີ 2 ປີ 2015ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 13/12, ດ້ວຍການເຂົ້າຮ່ວມຂອງຜູ້ແທນຢູ່ພາຍໃນ ແລະ ຕ່າງປະເທດ 364 ຄົນ. ດ້ວຍຫົວຂໍ້ວ່າ “ໄວໜຸ່ມທີ່ເກັ່ງກ້າສາມາດ ຫວຽດນາມຮ່ວມແຮງຮ່ວມໃຈສ້າງສາປະເທດຊາດ“. ກ່າວຄວາມເຫັນທີ່ກອງປະຊຸມໃຫຍ່, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ, ຖືວ່າເລື່ອງຄົ້ນພົບ, ຄຸ້ມຄອງ, ກໍ່ສ້າງ ແລະ ນຳໃຊ້ ໄວໜຸ່ມທີ່ເກັ່ງກ້າສາມາດໄດ້ກາຍເປັນບັນຫາຍຸດທະສາດ, ມີຄວາມສຳຄັນຕໍ່ປະເທດຊາດ.
“ພັກ ແລະ ປະຊາຊົນ ຫວຽດນາມຍາມໃດກໍ່ຕັ້ງຄວາມເຊື່ອໝັ້ນຕໍ່ລຸ້ນໜຸ່ມ, ຕີລາຄາບົດບາດ, ຄວາມສາມາດການປະຕິວັດທີ່ມີຫົວຄິດປະດິດສ້າງ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງຊາວໜຸ່ມຢ່າງຖືກຕ້ອງ. ໃນນັ້ນ, ໄວໜຸ່ມທີ່ເກັ່ງກ້າສາມາດແມ່ນຄວາມເອກອ້າງທະນົງໃຈຂອງຊາດເຮົາ, ແມ່ນກຳລັງໜູນທີ່ສຳຄັນເພື່ອພັດທະນາປະເທດຊາດ. ດັ່ງນັ້ນຄະນະພັກ, ອຳນາດການປົກຄອງ, ແນວໂຮມປະເທດຊາດ ຫວຽດນາມທຸກຂັ້ນ, ພ້ອມກັບທົ່ວສັງຄົມ, ແຕ່ລະຄອບຄົວຕ້ອງເອົາໃຈໃສ່ຊ່ວຍເຫຼືອ, ສ້າງເງື່ອນໄຂໃຫ້ໄວໜຸ່ມທີ່ເກັ່ງກ້າສາມາດ ຫວຽດນາມ, ຫຼໍ່ຫຼອມ, ກໍ່ຮ່າງສ້າງຕົວ, ປະກອບສ່ວນສ້າງສາ ແລະ ປົກປັກຮັກສາປະເທດຊາດ“.