ກອງປະຊຸມ ສຳມະນາສາກົນ ກ່ຽວກັບ ເຕັກໂນໂລຢີຂຽວ
ບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສຳມະນາສາກົນ (ພາບ: internet) |
Vovworld- ວັນທີ 21/9 ກົມຂໍ້ມູນຂ່າວສານວິທະຍາສາດ ແລະ ເຕັກໂນໂລຢີ(ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ) ໄດ້ສົມທົບ ກັບອົງການກົນໄກສົນທະນາພາກພື້ນ ອາຊຽນ-ສະຫະພາບເອີລົບ ຈັດກອງ ປະຊຸມສຳມະນາສາກົນວ່າດ້ວຍຫົວຂໍ້ “ ຈາກການຄົ້ນຄ້ວາຈົນເຖິງການປ່ຽນແປງໃໝ່ການປະດິດຄິດສ້າງໃນຂົງເຂດເຕັກໂນໂລຢີຂຽວ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ” ຊຶ່ງມີການເຂົ້າຮ່ວມຂອງບັນດານັກຄຸ້ມຄອງ, ນັກວິທະຍາສາດ, ວິສາຫະກິດທີ່ມາຈາກ ອາຊຽນ ແລະ ສະຫະພາບເອີລົບແນໃສ່ຊຸກຍູ້ການຮ່ວມມືຢ່າງຮອບດ້ານ, ສ້າງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ອາຊຽນ-ສະຫະພາບເອີລົບ ກ່ຽວກັບວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ການປະດິດຄິດສ້າງ. ກອງປະຊຸມສຳມະນາຈະແມ່ນໂອກາດທີ່ດີເພື່ອໃຫ້ ບັນດານັກຄຸ້ມຄອງ, ນັກວິທະຍາສາດປຶກສາຫາລືບັນດາມາດຕະການວາງນະໂຍບາຍ, ບົດຮຽນຕົວຈິງໃນການຜັນຂະຫຍາຍຄົ້ນຄ້ວາ, ປ່ຽນແປງໃໝ່ການປະດິດຄິດສ້າງ, ຊຸກຍູ້ວິສາຫະກິດເຂົ້າຮ່ວມເຂົ້າຮ່ວມຄົ້ນຄ້ວາ ແລະ ພັດທະນາ, ພິເສດແມ່ນບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ. ນີ້ກໍແມ່ນກາລະໂອກາດເພື່ອໃຫ້ ນັກວິທະຍາສາດ, ນັກທຸລະກິດພ້ອມກັນແບ່ງປັນບົດຮຽນຫັນການຄົ້ນຄ້ວາເປັນການປ່ຽນແປງໃໝ່ການປະດິດຄິດສ້າງ, ປະກອບສ່ວນຍູ້ແຮງການເຊື່ອມໂຍງເຂົ້າກັບສາກົນໃນຂົງເຂດວິທະຍາສາດ ແລະ ເຕັກໂນໂລຢີ, ຮັດແຄບຄວາມຜິດໂຕນກັນລະຫວ່າງ ການຄົ້ນຄ້ວາ ແລະ ການປ່ຽນແປງໃໝ່ການປະດິດຄິດສ້າງໃນຂົງເຂດ ເຕັກໂນໂລຢີຂຽວ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.