(vovworld) - ກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫະກຳພັດທະນາອັນດັບໜຶ່ງຂອງໂລກ (G8) ໄດ້ສິ້ນສຸດລົງໃນຕອນບ່າຍວັນທີ 18/6, ຢູ່ ອາຍແລນເໜືອ (ລາຊະອານາຈັກ ອັງກິດ) ບໍ່ບັນລຸໄດ້ບາດບຸກທະລຸໃຫ້ແກ່ເລື່ອງແກ້ໄຂວິກິດການຢູ່ຊີຣີ. ເຖິງວ່າໃນຖະແຫຼງການຮ່ວມໄດ້ເຕື້ອງເຖິງສະພາບການຊີຣີ, ແຕ່ບັນດານັກໄຈ້ແຍກໄດ້ຖືວ່າ ໃນສະພາບຕົວຈິງ ບັນດາການນຳ G8 ບໍ່ຍົກອອກສິ່ງໃໝ່ໃຫ້ແກ່ວິກິດການຢູ່ຊີຣີ ໃນວາລະປຶກສາຫາລືເປັນເວລາ 2 ວັນ ຢູ່ Lough Erne. ແຈ້ງການສຸດທ້າຍຂອງບັນດາປະເທດມະຫາອຳນາດໃຫ້ຄຳໝັ້ນສັນຍາມຸ່ງໄປເຖິງມາດຕະການດ້ານການເມືອງໃຫ້ແກ່ວິກິດການທີ່ແກ່ຍາວເປັນເວລາ 2 ປີຜ່ານມາ ຢູ່ປະເທດຕາເວັນອອກກາງນີ້. ບັນດາປະເທດ G8 ພຽງແຕ່ກະຕຸກຊຸກຍູ້ທັງລັດຖະບານຊີຣີ ແລະ ກຳລັງຝ່າຍຄ້ານເຂົ້າຮ່ວມກອງປະຊຸມສັນຕິພາບກ່ຽວກັບຊີຣີ ຢູ່ ເຊີແນວ “ບົນຈິດໃຈເຂັ້ມງວດ ແລະ ສ້າງສັນ” ເພື່ອບັນລຸໄດ້ຜົນງານ. ຖະແຫຼງການຮ່ວມ. ກ່າວປະນາມການນຳໃຊ້ອາວຸດເຄມີໃນບໍ່ວ່າຮູບການໃດ ແລະ ຮຽກຮຽງທຸກຝ່າຍອະນຸຍາດໃຫ້ບັນດານັກກວດກາຂອງສະຫະປະຊາຊາດດຳເນີນການກວດກາ, ພ້ອມທັງໃຫ້ຄຳໝັ້ນສັນຍາອຸປະຖຳເພີ່ມ 1,5 ຕື້ USD ເພື່ອຕອບສະໜອງຄວາມຕ້ອງການມະນຸດສະທຳຢູ່ຊີຣີ ແລະ ບັນດາປະເທດບ້ານໃກ້ເຮືອນຄຽງ.