ກະຊວງການເງິນສະເໜີຫຼຸດຜ່ອນ ອັດຕາພາສີນຳເຂົ້ານ້ຳມັນເຊື້ອໄຟລົງເປັນ 0%
(VOVWORLD) - ກະຊວງການເງິນ ໄດ້ສະເໜີຫຼຸດອັດຕາພາສີ MFN ແຕ່ 10% ລົງເປັນ 0% ສຳລັນ້ຳມັນແອສຊັງຈັກ ແລະ ບັນດາວັດຖຸດິບປຸງແຕ່ງນ້ຳມັນແອສຊັງຄື: Naphtha, reformate.
ພາບປະກອບ: nhandan.vn |
ຕໍ່ໜ້າຄວາມສ່ຽງແຫຼ່ງສະໜອງພະລັກງານທົ່ວໂລກຖືກຂາດວັກຂາດຕອນຍ້ອນຄວາມເຄັ່ງຕຶງຢູ່ພາກຕາເວັນອອກກາງ, ກະຊວງການເງິນໄດ້ສະເໜີຫຼຸດຜ່ອນອັດຕາພາສີນຳເຂົ້າບຸລິມະສິດ(MFN) ລົງລະດັບ 0% ສຳລັບນ້ຳມັນເຊື້ອໄຟຫຼາຍຊະນິດ ແລະ ວັດຖຸດິບເພື່ອຜະລິດນ້ຳມັນເຊື້ອໄຟ. ກະຊວງການເງິນ ໄດ້ສະເໜີຫຼຸດອັດຕາພາສີ MFN ແຕ່ 10% ລົງເປັນ 0% ສຳລັນ້ຳມັນແອສຊັງຈັກ ແລະ ບັນດາວັດຖຸດິບປຸງແຕ່ງນ້ຳມັນແອສຊັງຄື: Naphtha, reformate. ພາສີນຳເຂົ້າ MFN ກໍ່ໄດ້ສະເໜີຫຼຸດລົງແຕ່ 7% ລົງເປັນ 0% ສຳລັບ ເຊື້ອໄຟປະເພດຄື: diesel, ນ້ຳມັນກາກ, ເຊື້ອໄຟ ເຮືອບິນ ແລະ kerosine.