ກະ​ຊວງ​ການ​ເງິນ​ສະ​ເໜີ​​ຫຼຸດ​ຜ່ອນ​ ອັດ​ຕາ​ພາ​ສີ​ນຳ​ເຂົ້າ​​ນ້ຳ​ມັນເຊື້ອ​ໄຟ​ລົງເປັນ 0%

(VOVWORLD) - ກະຊວງການເງິນ ໄດ້ສະເໜີຫຼຸດອັດຕາພາສີ MFN ແຕ່ 10% ລົງເປັນ 0% ສຳລັນ້ຳມັນແອສຊັງຈັກ ແລະ ບັນດາວັດຖຸດິບປຸງແຕ່ງນ້ຳມັນແອສຊັງຄື: Naphtha, reformate.
ກະ​ຊວງ​ການ​ເງິນ​ສະ​ເໜີ​​ຫຼຸດ​ຜ່ອນ​ ອັດ​ຕາ​ພາ​ສີ​ນຳ​ເຂົ້າ​​ນ້ຳ​ມັນເຊື້ອ​ໄຟ​ລົງເປັນ 0% - ảnh 1ພາບປະກອບ: nhandan.vn

ຕໍ່ໜ້າຄວາມສ່ຽງແຫຼ່ງສະໜອງພະລັກງານທົ່ວໂລກຖືກຂາດວັກຂາດຕອນຍ້ອນຄວາມເຄັ່ງຕຶງຢູ່ພາກຕາເວັນອອກກາງ, ກະຊວງການເງິນໄດ້ສະເໜີຫຼຸດຜ່ອນອັດຕາພາສີນຳເຂົ້າບຸລິມະສິດ(MFN) ລົງລະດັບ 0% ສຳລັບນ້ຳມັນເຊື້ອໄຟຫຼາຍຊະນິດ ແລະ ວັດຖຸດິບເພື່ອຜະລິດນ້ຳມັນເຊື້ອໄຟ. ກະຊວງການເງິນ ໄດ້ສະເໜີຫຼຸດອັດຕາພາສີ MFN ແຕ່ 10% ລົງເປັນ 0% ສຳລັນ້ຳມັນແອສຊັງຈັກ ແລະ ບັນດາວັດຖຸດິບປຸງແຕ່ງນ້ຳມັນແອສຊັງຄື: Naphtha, reformate. ພາສີນຳເຂົ້າ MFN ກໍ່ໄດ້ສະເໜີຫຼຸດລົງແຕ່ 7% ລົງເປັນ 0% ສຳລັບ ເຊື້ອໄຟປະເພດຄື: diesel, ນ້ຳມັນກາກ, ເຊື້ອໄຟ ເຮືອບິນ ແລະ kerosine.

ຕອບກັບ

ຂ່າວ/ບົດ​ອື່ນ