ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຜັນຂະຫຍາຍໜ້າທີ່ປີ 2021

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕີລາຄາສູງຕໍ່ຜົນງານເຊິ່ງຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນລຸໄດ້ໃນປີຜ່ານມາ.
ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຜັນຂະຫຍາຍໜ້າທີ່ປີ 2021 - ảnh 1ທ່ານ ຫວູດຶກດາມ ສະເໜີໃຫ້ທາງຂະແໜງ ຈົ່ງສືບຕໍ່ຍູ້ແຮງການໂຄສະນາ, ສົ່ງເສີມບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວ (ພາບ: VOV)

  ວັນທີ 08 ມັງກອນ, ກ່າວຄຳເຫັນທີ່ກອງປະຊຸມອອນລາຍສະຫລຸບວຽກງານປີ 2020, ຜັນຂະຫຍາຍໜ້າທີ່ປີ 2021 ຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕີລາຄາສູງຕໍ່ຜົນງານເຊິ່ງຂະແໜງວັດທະນະທຳ, ກິລາ ແລະ ທ່ອງທ່ຽວບັນລຸໄດ້ໃນປີຜ່ານມາ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ສະເໜີໃຫ້ທາງຂະແໜງ ຈົ່ງສືບຕໍ່ຍູ້ແຮງການໂຄສະນາ, ສົ່ງເສີມບັນດາການເຄື່ອນໄຫວວັດທະນະທຳ, ກິລາ, ທ່ອງທ່ຽວ. ພ້ອມກັນນັ້ນ, ກໍ່ຍູ້ແຮງການໝູນໃຊ້ເຕັກໂນໂລຊີດີຈີຕອນ ເພື່ອເຊື່ອມຕໍ່, ໜູນຊ່ວຍ ແລະ ສ້າງຄວາມສະດວກໃຫ້ແກ່ແຂກທ່ອງທ່ຽວ. ໃນນັ້ນ ຄວນຍູ້ແຮງການພັດທະນາ, ຫັນທຸກຂົງເຂດຂອງຂະແໜງເປັນດີຈີຕອນ.

ຕອບກັບ

ຂ່າວ/ບົດ​ອື່ນ