(vovworld) – ວັນທີ 14/8, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ຫງວຽນແທງລອງ ພ້ອມກັບບັນດານັກຊ່ຽວຊານຂອງອົງການອະນາໄມໂລກ (WHO), ສູນການແພດສຳຮອງ ແລະ ຄວບຄຸມພະຍາດ ອາເມລິກາ (USCDC) ແລະ ພະແນກສາທາລະນະສຸກນະຄອນ ຮ່າໂນ້ຍ ໄດ້ສົ່ງໄປກວດກາໂດຍກົງນັກສຶກສາຊາວ Nigeria 3 ຄົນ (ເຊິ່ງແມ່ນໜຶ່ງໃນ 4 ປະເທດພວມເກີດໂລກລະບາດໂດຍໄວຣັດ Ebola ກໍ່ຂຶ້ນ) ຫາກໍ່ໄປຍັງ ຫວຽດນາມ. ໝາກຜົນຂອງການກວດກາໃຫ້ເຫັນວ່າ, ນັກສຶກສາ 3 ຄົນລ້ວນແຕ່ແຂງແຮງຢູ່ ແລະ ຍັງໄດ້ຮັບການຕິດຕາມກວດກາຈາກກະຊວງສາທາລະນະສຸກຢ່າງເຄັ່ງຄັດ.
ປະຈຸບັນ, ບັນດາພາລະກອນການແພດໄດ້ກວດກາສຸຂະພາບປະຈຳວັນໃຫ້ນັກສຶກສາ 3 ຄົນດັ່ງກ່າວ ແລະ ໄດ້ຮັບການປຶກສາຫາລືກ່ຽວກັບພະຍາດ Ebola ແລະ ວິທີປ້ອງກັນ, ໄດ້ຮັບການກ່າວເຕືອນຄວນພັກຜ່ອນ, ຫຼີກລ້ຽງການພົບກັບຄົນອ້ອມຂ້າງ.