(ພາບປະກອບ)
(vovworld) - ກະຊວງແຮງງານໄທ ໃຫ້ຮູ້ວ່າ: ຈະສ້າງປະຕູບໍລິການພິເສດ ເພື່ອຮັບໃຊ້ປະຊາຊົນສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສ່ຽງໃຕ້(ອາຊຽນ), ເລີ່ມແຕ່ເດືອນ 1/2016. ທ່ານ ອາຣຸນ ພົມມະນີ, ຫົວໜ້າກົມຈັດຫາງານ ຂຶ້ນກັບກະຊວງແຮງງານໄທ, ໄດ້ຊີ້ແຈ້ງໃນສະພາວະປະຊາຄົມອາຊຽນໄດ້ຮັບການສ້າງຕັ້ງຂຶ້ນໃນທ້າຍປີນີ້, ການຄ້າເສລີແລະ ການເຄື່ອນຍ້າຍຂອງຄົນງານໃນພາກພື້ນ ກໍ່ຄືການແກ້ງແຍ້ງທີ່ກ່ຽວຂ້ອງເຖິງການເຄື່ອນໄຫວລົງທຶນ ແລະ ການດຳເນີນທຸລະກິດເພີ່ມຂຶ້ນ. ເພື່ອສ້າງຄວາມສະດວກໃຫ້ແກ່ການເຄື່ອນຍ້າຍຂອງຄົນງານ. ກົມຈັດຫາງານຈະໄດ້ສະໜອງການບໍລິການພິເສດ ເອີ້ນວ່າ: ປະຕູບໍລິການອາຊຽນ ເພື່ອຮັບໃຊ້ຄົນງານທີ່ມີສີມືແຮງງານສູງຈາກອາຊຽນ ລວມທັງຂົງເຂດກຳມະກອນເຕັກນິກ, ການສຳຫຼວດບໍ່ແຮ່, ສະຖາປັດຕະຍະກຳ, ການແພດ, ຂະແໜງປົວແຂ້ວ, ພະຍາບານ ແລະ ບັນຊີ.