ນາຍົກລັດຖະມົນຕີ ຍີ່ປຸ່ນ ແລະ ນາຍົກລັດຖະມົນຕີ ສິງກະໂປ ເຂົ້າຮ່ວມການເຈລະຈາ
ພາບ:AFP/TTXVN
|
(vovworld)- ຕອນຄ່ຳວັນທີ28/9, ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ສິງກະໂປ ຫລີຊຽງຫລົງ ໄດ້ມີການເຈລະຈາກັບຄູ່ຕຳແຫນ່ງປະເທດເຈົ້າພາບທ່ານ Shinzo Abe. ທີ່ການພົບປະ, ທ່ານຫລີຊຽນຫລົງ ຕາງຫນ້າໃຫ້ພໍ່ຂອງທ່ານ, ອະດີດນາຍົກລັດຖະມົນຕີ ສິງກະໂປ ຫລຽນກວາງຢູ ຮັບຫລຽນໄຊຕາເວັນຂຶ້ນກໍຄືປາດຖະຫນາວ່າ ການພົວພັນຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ສິງກະໂປ ສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃຫມ່. ສ່ວນທ່ານ ຫລີຊຽນຫລົງ ຢືນຢັນ: ພື້ນຖານການຮ່ວມມືລະຫວ່າງ ຍີ່ປຸ່ນ ແລະ ສິງກະໂປ ແມ່ນການຕັດສິນທີ່ສະຫລາດສ່ອງໃສຂອງອະດີດນາຍົກລັດຖະມົນຕີ ຫລີກວາງຢູ ກ່ອນນີ້ 50 ປີ.
ທີ່ການເຈລະຈາ, ການນຳສອງທ່ານຢືນຢັນວ່າ ຈະຮ່ວມສຳພັນຢ່າງແຫນ້ນແຟ້ນໃນການເພີ່ມທະວີບັນດາມາດຕະການລົງໂທດສຳລັບ ສປປ ເກົາຫລີ ພາຍຫລັງ ພຽງຢາງ ຍິງລູກສອນໄຟ ແລະ ທົດລອງນິວເຄຼຍ ຢ່າງລຽນຕິດ. ທ່ານ Abe ກໍສະເຫນີແນະ ສິງກະໂປ ນຳໃຊ້ເຕັກໂນໂລຊີລົດໄຟຄວາມໄວສູງ Shikansenຂອງຍີ່ປຸ່ນ ເຂົ້າໃນໂຄງການກໍ່ສ້າງລົດໄຟຄວາມໄວສູງເຊື່ອມຕໍ່ສິງກະໂປ ກັບນະຄອນຫລວງ ກົວລາລຳເປີ ຂອງ ມາເລເຊຍ.