ການນຳພັກ,ລັດຖະບານຫວຽດນາມຕ້ອນຮັບລັດຖະມົນຕີການຕ່າງປະເທດກຸຍບາ
ທ່ານລັດຖະມົນຕີການຕ່າງປະເທດ ກຸຍບາ Bruno Rodriguez Parrilla
ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ
(vovworld) – ໃນການຕ້ອນຮັບທ່ານລັດຖະມົນຕີການຕ່າງປະເທດ ກຸຍບາ Bruno Rodriguez Parrilla, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ສະແດງຄວາມພາກພູມໃຈ ແລະ ຕີລາຄາສູງບັນດາຜົນງານອັນໃຫຍ່ຫຼວງເຊິ່ງພັກ, ລັດ ແລະ ປະຊາຊົນ ກຸຍບາ ບັນລຸໄດ້ໃນວິວັດການປະຕິບັດມະຕິກອງປະຊຸມຄັ້ງທີ 6 ຂອງພັກກອມມູນິດ ກຸຍບາ ແລະ ສະແດງຄວາມເຊື່ອໝັ້ນວ່າ: ພາຍໃຕ້ການຊີ້ນຳຂອງພັກກອມມູນິດ ກຸຍບາ, ປະຊາຊົນ ກຸຍບາ ຈະປະຕິບັດພາລະກິດຫັນປ່ຽນຮູບແບບເສດຖະກິດສຳເລດເພື່ອນຳ ກຸຍບາ ສືບຕໍ່ພັດທະນາຕາມເສັ້ນທາງສັງຄົມນິຍົມ. ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກໍ່ຂອບອົບຂອບໃຈຄວາມສາມັກຄີ ແລະ ການຊ່ວຍເຫຼືອອັນລ້ຳຄ່າເຊິ່ງພັກ, ລັດ ແລະ ປະຊາຊົນ ກຸຍບາ ສະຫງວນໃຫ້ ຫວຽດນາມ, ຢັ້ງຢືນການສະໜັບສະໜູນ, ຄວາມສາມັກຄີສະເໝີຕົ້ນສະເໝີປາຍຂອງພັກ ແລະ ປະຊາຊົນ ຫວຽດນາມ ສຳລັບພາລະກິດຕໍ່ສູ້ວິລະຊົນຂອງປະຊາຊົນ ກຸຍບາອ້າຍນ້ອງ.
ກ່ອນໜ້ານັ້ນ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢູ້ງ ສະແດງຄວາມພາກພູມໃຈຕໍ່ໜ້າຄວາມຄືບໜ້າອັນດີງາມຂອງການພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດ ຫວຽດນາມ - ກຸຍບາ, ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຈະເຮັດຈົນສຸດຄວາມສາມາດຂອງຕົນ, ຊອກຫາທຸກໆມາດຕະການພ້ອມກັບ ກຸຍບາ ຊຸກຍູ້ການພົວພັນຮ່ວມມືລະຫວ່າງ 2 ປະເທດໃນທຸກໆຂົງເຂດໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ເພື່ອຜົນປະໂຫຍດລວມຂອງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ: ໃນຂອບເຂດຂອງກອງປະຊຸມຄະນະກຳມະການລະຫວ່າງລັດຖະບານ 2 ປະເທດ ຈະມາເຖິງ ຢູ່ນະຄອນຫຼວງ La Habana, 2 ຝ່າຍຕ້ອງສຸມໃສ່ແລກປ່ຽນ, ຫັນບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ 2 ປະເທດກາຍເປັນບັນດາໂຄງການຮ່ວມມືລະອຽດ.